ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສວຍງາມທີ່ສຸດໃນ ອາຊີ ແລະ ສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດກ່ຽວກັບປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ ແກ່ຜູ້ທີ່ມີຄວາມຕ້ອງການຄົ້ນຫາ “ປະເທດທີ່ສວຍງາມ” ນີ້.
ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ - ảnh 1ໜັງສືພິມ Stuttgarter Nachrichten ຂອງ ເຢຍລະມັນ ໄດ້ລົງບົດຂຽນ ກ່ຽວກັບຄວາມສວຍງາມຂອງ ຫວຽດນາມ (ພາບ: TTXVN)

ໜັງສືພິມ Stuttgarter Nachrichten ຂອງ ເຢຍລະມັນ ໄດ້ລົງບົດຂຽນໂດຍໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສວຍງາມທີ່ສຸດໃນ ອາຊີ ແລະ ສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດກ່ຽວກັບປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ ແກ່ຜູ້ທີ່ມີຄວາມຕ້ອງການຄົ້ນຫາ “ປະເທດທີ່ສວຍງາມ” ນີ້.

        ຕາມບົດຂຽນແລ້ວ, ມີ 5 ເຫດຜົນທີ່ເຮັດໃຫ້ ຫວຽດນາມ ສົມເປັນສະຖານທີ່ດູດດື່ມສຳລັບນັກທ່ອງທ່ຽວເຢຍລະມັນ. ທີໜຶ່ງແມ່ນ ອາຫານ ຫວຽດ ນອນໃນ top ອາຫານແຊບນົວທີ່ສຸດໃນໂລກ, ເໝາະກັບຜູ້ກິນເຈອີກດ້ວຍ. ທີສອງແມ່ນ, ຫວຽດນາມ ແມ່ນປະເທດເຕັມໄປດ້ວຍແສງແດດ ແລະ ຫາດຊາຍທະເລຍາວຢຽດ ແລະ ສວຍງາມ. ທີ 3 ແມ່ນຄວນໄປທ່ຽວ ຫວຽດນາມ ຍ້ອນວ່າໃຊ້ເວລາພຽງແຕ່ 3 ມື້ ໄປຢ້ຽມຢາມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ແລ້ວ, ໃນນັ້ນໂດດເດັ່ນແມ່ນຕະຫຼາດບົນແມ່ນ້ຳ ກ໊າຍຣັງ, ເຊິ່ງເປັນບ່ອນທີ່ມີເຮືອຂາຍໝາກໄມ້, ສະບຽງອາຫານຈຳນວນຫຼາຍນັບຮ້ອຍລຳ. ທີສີ່ແມ່ນ ຫວຽດນາມ ມີຖະໜົນເກົ່າແກ່ ທີ່ມີລັກສະນະປະຫວັດສາດ ພ້ອມດ້ວຍວັດວາອາຮາມເກົ່າແກ່ຫຼາຍແຫ່ງ ແລະ ສຸດທ້າຍແມ່ນ ທຳມະຊາດໄດ້ດົນບັນດານໃຫ້ ຫວຽດນາມ ມີທັດສະນີຍະພາບທຳມະຊາດທີ່ສວຍງາມຈັບໃຈອີຫຼີ, ນັບແຕ່ນາຂັ້ນໄດທີ່ຂຽວອຸ່ມທຸ່ມຕະຫຼອດຮອດຫາດຊາຍທະເລຂາວໃສ, ພ້ອມດຽວກັນນັ້ນ ແມ່ນປ່າສະຫງວນແຫ່ງຊາດ, ເຂດຊີວະວິທະຍາ ດ້ວຍລະບົບສັດ ແລະ ຟຶກສາຊາດທີ່ຫຼາກຫຼາຍອຸດດົມສົມບູນ ເປັນໜ້າຄົ້ນຫາທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ