ໜັງສືພິມກູບາຍ້ອງຍໍ ຊົມເຊີຍຜົນງານການ ປ່ຽນແປງໃໝ່ຂອງ ຫວຽດນາມ


ໜັງສືພິມກູບາຍ້ອງຍໍ ຊົມເຊີຍຜົນງານການ ປ່ຽນແປງໃໝ່ຂອງ ຫວຽດນາມ - ảnh 1

 (ພາບ: Karina Marron Gonzalez)

 (vovworld)- ​ ໜັງສືພິມ Grama ສຽງ​ຂອງ​ພັກ​ກອມ​ມູນິດ​ກູ​ຍາ ສະບັບ​ຫວ່າງ​ແລ້ວ​ນີ້ ​ໄດ້​ລົງ​ພິມ​ບົດ ​ແລະ ພາບ​ແນະນຳ​ບັນດາ​ຜົນງານ​ໃນ​ພາລະ​ກິດ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ. ພາຍ​ໃຕ້​ຫົວ​ຂໍ້ “​ເພື່ອ​ຜູ້ 1 ​ໃນ​ເບື້ອງ​ນັ້ນໜ່ວຍ​ພິພົບ“, ນັກ​ຂ່າວ​ຍິງ Karina Marron Gonzalez ສະມາຊິກ​ໃນ​ຄະນະ​ຜູ້​ແທນໜັງສືພິມ Grama ຫາ​ກໍ່​ມາ​ຢ້ຽມຢາມ​ຫວຽດນາມ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: “ຄວາມ​ປະ​ທັບ​ໃຈ​ທີ່​ພົ້ນ​ເດັ່ນ​ທຳ​ອິດ​ສຳລັບ​ພວກຂ້າພະ​ເຈົ້າ ​ແມ່ນ​ຜົນງານ​ທີ່​ຫວຽດນາມ​ບັນລຸ​ດ​ໄດ້​ພາຍ​ຫລັງກາ​ນທຳລາຍ​ຂອງ​ສົງຄາມ​ກ່ອນ​ນີ້ ​ແລະ ຕໍ່​ຈາ​ກນັ້ນ​ແມ່ນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ ປຊຊ ຫວຽດນາມ ທີ່​ມີ​ຕໍ່​ກູ​ບາ“. ນັກ​ຂ່າວ Gonzalez ຂຽນ​ວ່າ: “ມາ​ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ເຫັນ​ປະ​ເທດ​ໜຶ່ງ​ພວມ​ໃນ​ທ່າ​ພັດທະນາ​ຢ່າງ​ແຮງ ດ້ວຍ​ບັນດາ​ຕຶກ​ອາຄານ​ໃໝ່​ທັນ​ສະ​ໄໝ ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ໃນ​ທຸກ​ແຫ່ງ, ບັນດາ​ເສັ້ນທາງ​ໃຫ່ຍພວມ​ໄດ້​ຮັບ​ການ​ເປີດ​ກ້ວາງ​ເຊື່ອມ​ຕໍ່​ສະໜາມ​ບິນ​ກັບ​ນະຄອນ. ລຽບ​ຕາມ​ສອງ​ຝາກ​ທາງ​ແມ່ນ​ບັນດາ​ທົ່ງ​ນາ, ຕົ້ນ​ໄມ້​ກິນ​ໝາກ, ດອກ​ໄມ້​ນາໆ​ຊະນິດ ​ແລະ ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ບໍ່​ມີ​ດິນ​ຫວ່າງ​ເປົາ​ແຫ່ງ​ໃດ“. ບົດ​ຂຽນ​ຍັງ​ແນະນຳ​ບົດຮຽນ​ແຫ່ງ​ການ​ພັດທະນາພື້ນຖານ​ເສດຖະກິດ​ຫຼາຍ​ພາກສ່ວນ​ຢູ່​ຫວຽດນາມ./.

 

ຂ່າວ/ບົດ​ອື່ນ