ໜັງສືພິມຝລັ່ງຕີລາຄາວ່າ ຫວຽດນາມ ສາມາດສະກັດກັ້ນໂລກລະບາດ Covid – 19 ໄດ້ເປັນຢ່າງດີ

(VOVWORLD) -ຕາມໜັງສືພິມດັ່ງກ່າວແລ້ວ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 1000 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ, ພ້ອມກັນນັ້ນ 28 ມື້ລຽນຕິດ ທີ່ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໃນຊຸມຊົນ (ຄິດໄລ່ຮອດວັນທີ 30 ກັນຍາ), ເມື່ອທຽບໃສ່ປະຊາກອນ ເກືອບ 100 ລ້ານຄົນ. 
ໜັງສືພິມຝລັ່ງຕີລາຄາວ່າ ຫວຽດນາມ ສາມາດສະກັດກັ້ນໂລກລະບາດ Covid – 19 ໄດ້ເປັນຢ່າງດີ  - ảnh 1ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 (ພາບ: TTXVN) 

ໜັງສືພິມ Les Echos ຂອງຝລັ່ງ ຫາກໍ່ລົງພິມບົດຂຽນທີ່ມີຫົວຂໍ້ວ່າ “Covid – 19: ຫວຽດນາມສາມາດສະກັດກັ້ນໂລກລະບາດ Covid – 19 ໄດ້ເປັນຢ່າງດີ” ໃນນັ້ນຖືວ່າ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ຢູ່ລະດັບຕ່ຳ, ຫວຽດນາມ ພວມກັບມາເລີ່ມເຄື່ອນໄຫວເສດຖະກິດຄືນໃໝ່ ແລະ ປະເທດນີ້ ສາມາດສະກັດກັ້ນໂລກລະບາດ Covid – 19 ໄດ້ເປັນຢ່າງດີ.

        ຕາມໜັງສືພິມດັ່ງກ່າວແລ້ວ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 1000 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ, ພ້ອມກັນນັ້ນ 28 ມື້ລຽນຕິດ ທີ່ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໃນຊຸມຊົນ (ຄິດໄລ່ຮອດວັນທີ 30 ກັນຍາ), ເມື່ອທຽບໃສ່ປະຊາກອນ ເກືອບ 100 ລ້ານຄົນ. ບົດຂຽນຍັງໃຫ້ຮູ້ຕື່ມອີກວ່າ ໃນ 9 ເດືອນຜ່ານມາ, ການສົ່ງອອກຂອງຫວຽດນາມເພີ່ມຂຶ້ນ 4,2% ແລະ ການຜະລິດກໍ່ເພີ່ມຂຶ້ນເຊັ່ນດຽວກັນ, ສາມາດຮັກສາໄດ້ລະດັບການເຕີບໂຕຂອງປີກາຍ. ບັ້ນສຳຫຼວດໜຶ່ງໄດ້ສະແດງໃຫ້ເຫັນວ່າ 81% ຂອງປະຊາຊົນມີຄວາມເຊື່ອໝັ້ນວ່າ ພື້ນຖານເສດຖະກິດຂອງຫວຽດນາມ ຍັງຮັກສາໄດ້ທ່າເຕີບໂຕຄືເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ