ໜັງ​ສື​ພິມ​ລັດ​ເຊຍ: ລັດ​ຖະ​ບານຫວຽດ​ນາມ​ນຳ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​Covid - 19ຢ່າງວ່ອງ​ໄວແລະຂ້ຽວ​ຂາດ

(VOVWORLD) -ຫວຽດນາມ - “ແບບຢ່າງ” ກ່ຽວກັບວິທີການຄວບຄຸມໂລກລະບາດ Covid -19 ໃນເງື່ອນໄຂຈຳກັດ, ໃນຂະນະທີ່ມີປະຊາຊົນ 10.000 ຄົນຈຶ່ງມີທ່ານໝໍ8ຄົນ. ນີ້ແມ່ນເນື້ອໃນບົດຂຽນໄດ້ເອົາລົງໃນເວັບໄຊ zen.yandex.ru ຂອງລັດເຊຍ, ໃນນັ້ນໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມສະກັດກັ້ນໂລກລະບາດ Covid – 19 ຂອງຫວຽດນາມ.
ໜັງ​ສື​ພິມ​ລັດ​ເຊຍ: ລັດ​ຖະ​ບານຫວຽດ​ນາມ​ນຳ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​Covid - 19ຢ່າງວ່ອງ​ໄວແລະຂ້ຽວ​ຂາດ - ảnh 1 ພະນັກງານການແພດວັດແທກອຸນຫະພຸມ (ພາບ: TTXVN)

ຕາມບົດຂຽນດັ່ງກ່າວ, ຫວຽດນາມໄດ້ຄວບຄຸມສະພາບການແຜ່ລາມຂອງໂລກລະບາດ Covid – 19ໄດ້ເປັນຢ່າງດີນັບແຕ່ຊ່ວງເວລາທ້າຍເດືອນມີນາຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid - 19 ກ່ວາ 200 ຄົນແລະຍັງບໍ່ທັນມີຜູ້ເສຍຊີວິດ, ບົດຂຽນໄດ້ຊີ້ແຈ້ງເຖິງບັນດາມາດຕະການເຊິ່ງລັດຖະບານຫວຽດນາມປະຕິບັດຢ່າງວ່ອງໄວແລະຂ້ຽວຂາດລວມມີ: ປິດໂຮງຮຽນ, ຢຸດຕິຊົ່ວຄາວບັນດາຖ້ຽວບິນທັງໝົດ, ບັງຄັບຕ້ອງແຍກຕົວເປັນເວລາ 14 ວັນສຳລັບຜູ້ທີ່ກັບມາຈາກຕ່າງປະເທດ …

ນັກຂຽນໄດ້ໃຫ້ຂໍ້ສັງເກດວ່າຫວຽດນາມໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ຫຼາຍປະເທດໃນໂລກກ່ຽວກັບວິທີການສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນດ້ວຍຄ່າໃຊ້ຈ່າຍຕ່ຳທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ