ໜັງສື່ພິມລັດເຊຍ: ຫຼາຍປະເທດສະໜັບສະໜູນຫຼັກໝັ້ນຂອງຫວຽດນາມໃນບັນຫາທະເລຕາເວັນອອກ

(VOVWORLD) -ໜັງສື່ພິມເອເລກໂຕນິກ “ໂລກຫຼາຍຂົ້ວ” ຂອງລັດເຊຍ ຫາກໍ່ລົງບົດຂຽນ “ບັນດາປະເທດອາຊຽນ ປັບປຸງວິທີສຳຜັດຢູ່ທະເລຕາເວັນອອກ” ຂອງນັກຂ່າວ Pavel Vinogradov, ໃຫ້ຮູ້ວ່າ, ຫຼາຍປະເທດ, ໃນນັ້ນມີບັນດາຄູ່ຮ່ວມມືໃນອາຊຽນ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ.

ຄຽງຂ້າງນັ້ນ, ມີນັກຊ່ຽວຊານ, ນັກຮຽນຮູ້ຫຼາຍທ່ານທີ່ມາຈາກຫຼາຍປະເທດຢູ່ພາກພື້ນນີ້ກໍ່ໄດ້ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ຕຳໜິຕິຕຽນບັນດາການລ່ວງລະເມີດອະທິປະໄຕ, ອຳນາດອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ. ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ສະແດງໃຫ້ເຫັນຫຼັກໝັ້ນຢ່າງຈະແຈ້ງ, ເໝາະສົມ ແລະ ສະເໝີຕົ້ນສະເໝີປາຍ, ຍາມໃດກໍ່ຮັກສາການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ຫວຽດນາມ ໄດ້ສະແດງຄວາມປາດຖະໜາເປັນປະຈຳວ່າ ທຸກໆປະເທດປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ພ້ອມທັງມານະພະຍາຍາມສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສົມບູນ ເພື່ອຜ່ານນັ້ນປັບປຸງການກະທຳຂອງທຸກໆປະເທດໃນພາກພື້ນ.

        ຕາມບົດຂຽນແລ້ວ, ບັນດານັກຊ່ຽວຊານຖືວ່າ, ບໍ່ມີສິ່ງໃດທີ່ຮັບປະກັນໃຫ້ບັນດາເຫດການສັບສົນຈະເກີດຂຶ້ນ ແລະ ຄວາມຂາດສະຖຽນລະພາບຢູ່ທະເລຕາເວັນອອກຄືໃນໄລຍະຜ່ານມາ ຈະບໍ່ສືບຕໍ່ເກີດຂຶ້ນໃນອະນາຄົດອີກ, ສະນັ້ນ, ບັນດາປະເທດຄວນເຄົາລົບບັນດາມາດຕະຖານລວມຂອງກົດໝາຍສາກົນ, ກ່ອນອື່ນໝົດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ