ໜັງສືພີມລັດເຊຍຕີລາຄາສູງບາດກ້າວຂະຫຍາຍຕົວຢ່າງແຂງແຮງຂອງເສດຖະກິດຫວຽດນາມ

ໜັງສືພີມລັດເຊຍຕີລາຄາສູງບາດກ້າວຂະຫຍາຍຕົວຢ່າງແຂງແຮງຂອງເສດຖະກິດຫວຽດນາມ - ảnh 1
ພາບປະກອບ

(vovworld)- ​ຫວຽດ​ນາມ​ ມີ​ທຸກ​ໂອ​ກາດ ເພື່ອ​ກາຍ​ເປັນ​ເລື່ອງ​ລາວ​ປະ​ສົບ​ຜົນສຳ​ເລັດ ຢູ່ອາ​ຊີ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ ​ໃນ​ບົດ​ຂຽນລົງ​ພີມ ​ເມື່ອວັນ​ທີ 8/8 ໃນ​ໜັງ​ສື​ພີມສະ​ເພາະ​ຂະ​ແໜງ​ການ​ເງິນ ແລະ ເສດ​ຖະ​ກິດ vestifinance ຂອງ​ລັດ​ເຊຍ. ດ້ວຍ​ຫົວ​ຂໍ້ “ຫວຽດ​ນາມ​ ອາ​ດ​ກາຍ​ເປັນ​ເສືອ​​ອາ​ຊີ​ໃໝ່ ຫຼື ບໍ່” ໜັງ​ສື​ພີມໄດ້​ປຽບ​ທຽບວ່າ: ຖ້າ​ຫາກໃນ​ໜຶ່ງ​ທົດ​ຕະ​ວັດ​ຈະ​ມາ​ເຖິງ ​ປະ​ເທດຊາດ​ສາ​ມາດ​ຮັກ​ສາ​ການ​ເຕີບ​ໂຕ​ທຸກ​ປີ ຢ​ູ່​ລະ​ດັບ 7% ນັ້ນແມ່ນ​ເສັ້ນ​ທາງ​ພັດ​ທະ​ນາ​ ຂອງ​ຫວຽດ​ນາມ ​ຈະຄ້າຍ​ຄື​ກັນ​ກັບ​ “ເສືອ” ອາ​ຊີໂຕ​ອື່ນໆ. ຍິ່ງກວ່ານັ້ນ, ຖ້າ​ຫາກລະ​ດັບ​ເຕີບ​ໂຕ​ ຫຼຸດ​ລົງ 4%, ຫວຽດ​ນາມ ກໍ່​ຈະ​​ຖືກຈັດ​ຢູ່​ໃນ​ແຖວ​ດຽວ ດ້ວຍ​ລະ​ດັບ​ເຕີບໂຕ ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຊັ້ນ​ກາງຂອງໂລກ ເຊັ່ນ:   ​ບ​ຣາ​ຊິນ, ໄທ. ບັນ​ດາ​ທ່າ​ແຮງ ​ຂອງ​ຫວຽດ​ນາມ ໃນ​ການ​ເຕີບ​ໂຕທີ່ 1 ​ແມ່ນ​ທີ່​ຕັ້ງ​ທາງ​ດ້ານ​ພູມ​ສາດ ແລະ ຈຳ​ນວນ​ພົນ​ລະ​ເມືອງ​ໜຸ່ມ. ພິ​ເສດ, ນະ​ໂຍ​ບາຍເປີດກວ້າງ ​ດ້ານ​ການ​ຄ້າ ແລະ ກາ​ນ​ລົງ​ທຶນ ​ທີ່​ຫວຽດນາມ ໄດ້ດຳ​ເນີນ​​ການ ນັບ​ແຕ່ຕົ້ນ​ຊຸມ ​ປີ 1990 ນັ້ນ​​ແມ່ນ​ຂໍ້​ກຸນ​ແຈເພື່ອ​ສ້າງ​ຄວາມ​ເຊື່ອ​​ໝັ້ນ ໃຫ້​ແກ່​ນັກ​ລົງ​ທຶນ, ຊຸກ​ຍູ້​ເຂົາ​ເຈົ້າ​ເປີດ​ວິ​ສາ​ຫະ​ກິດ​ຢູ່ນີ້. ໜັງ​ສື​ພີມ​ໄດ້ສະຫຼຸບ: ເຖິງວ່າ​ຫວຽດ​ນາມ ​ພວມ​ຕ້​ອງ​ປະ​ເຊີນ​ໜ້າ​ ​ດ້ວຍ​ບັນ​ຫາກົດ​ໜ່ວງ​ການ​ເຕີບ​ໂຕຫຼາຍ​ຢ່າງ, ແຕ່​ຫວຽດ​ນາມ ໄດ້​ບັນ​ລຸ​ບັນ​ດາ​ຂໍ້ກຸນ​ແຈບົນ​ເສັ້ນ​ທາງການ​ພັດ​ທະ​ນາ. ໂອ​ກາດໄດ້​ມີ​ຢ່າງ​ຄົບ​ຖ້ວນ, ຫວຽດ​ນາມ ​ພຽງ​ແຕ່​ຕ້ອງ​ເພີ່ມຄວາມ​ກ້າ​ຫານ​ ເພື່ອ​ບັນ​ລຸຄາດ​ໝາຍ​ເຕີບ​ໂຕ.


ຂ່າວ/ບົດ​ອື່ນ