ໜັງ​ສື​ພິມ​ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ຂ​ອງ ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ

(VOVWORLD) -ໃນໜ້າທຳອິດຂອງໜັງສືພິມlສະບັບຕ່າງໆຂອງ ລາວອອກວັນທີ 9 ສິງຫາ ໄດ້ລົງພິມບົດຂຽນຕ່າງໆກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ສປປ.ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 9 – 10 ສິງຫາ.
ໜັງ​ສື​ພິມ​ລາວ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ​ຂ​ອງ ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ - ảnh 1ໜັງສືພິມ ປະເທດລາວ Daily ລົງບົດຂຽນດ້ວຍຫົວຂໍ້ວ່າ “ຊົມເຊີຍການຢ້ຽມຢາມສັນຖະວະໄມຕີ ສປປ. ລາວ ຢ່າງເປັນທາງການຂອງ ທ່ານປະທານປະເທດ ແຫ່ງ ສສ. ຫວຽດນາມ” (ພາບ: TTXVN)

ໜັງສືພິມ ປະເທດລາວ Daily ເຊິ່ງເປັນສິ່ງພິມຂອງສຳນັກຂ່າວສານປະເທດລາວ, ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ຊົມເຊີຍການຢ້ຽມຢາມສັນຖະວະໄມຕີ ສປປ. ລາວ ຢ່າງເປັນທາງການຂອງ ທ່ານປະທານປະເທດ ຫວຽດນາມ”. ບົດຂຽນດັ່ງກ່າວໃຫ້ຮູ້ວ່າ ການຢ້ຽມຢາມຂອງ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຄັ້ງນີ້ແມ່ນຢືນຢັນອີກເທື່ອໜຶ່ງເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ແນໃສ່ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນຢ່າງສະໜິດແໜ້ນລະຫວ່າງສອງປະເທດ ລາວ - ຫວຽດນາມ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ, ຫວຽດນາມ.

        ໃນວັນດຽວກັນ, ໜັງສືພິມ ປະຊາຊົນ, ກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ກໍໄດ້ລົງພິມບົດຂຽນດ້ວຍຫົວຂໍ້ “ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ ນັບມື້ນັບຜູກພັນຢ່າງໜຽວແໜ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ