ໜັງສືພິມລາວໃຫ້ຂ່າວກ່ຽວກັບການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ

ໜັງສືພິມລາວໃຫ້ຂ່າວກ່ຽວກັບການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ - ảnh 1

(ພາບປະກອບ:ອິນເຕີເນັດ)


(vovworld) –  ວັນ​ທີ 9/7, ບັນດາໜັງສືພິມ​​ໃຫຍ່​ຂອງ​ລາວ​ ​ໄດ້ໃຫ້​ຫຼາຍຂ່າວ,​ ບົດກ່ຽວ​ກັບ​ການ​ຢ້ຽມຢາມ​ເອ​ເມ​ລິ​ກາ​ ຂອງ​ທ່າ​ນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ. ໜັງສືພິມ​ປະຊາຊົນ,​ ກະບອກ​ສຽງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ໃຫ້​ຂ່າວ​ໃນ​ວັນ​ທີ 07/07 ວ່າ: ​ໃນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ເລຂາທິການ​ໃຫຍ່ ຫງວຽໜຟຸ໋ຈ້ອງ ຄັ້ງ​ນີ້, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​​ເຊັນ​ເອກະສານ​ຮ່ວມ​ມື 4 ສະບັບ​ໃນ​ບັນດາ​ຂົງ​ເຂດ: ການ​ເງິນ, ການບິນ​ພົນລະ​ເຮືອນ, ພາສີ​ອາກອນ ​ແລະ ການ​ຮ່ວມ​ມື​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ໜັງສືພິມວຽງ​ຈັນ​ໃໝ່, ກະບອກ​ສຽງຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ມີ​ບົດຂຽນ​ດ້ວຍ​ຫົວ​ຂໍ້ວ່າ:  “ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມືຫຼາຍ​ສະບັບ” ​ປະກາດເລື່ອງການ​ນຳ ຫວຽ​ດນາມ ​ແລະ ອາ​ເມ​ລິ​ກາ ​ເຫັນ​ດີ​ເປັນ​ເອກະສັນ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ຢ່າງ​ໝັ້ນຄົງ, ມີ​ປະສິດທິ​ຜົນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ໜັງສື​ພິມ KPL ຂອງ​ສຳນັກ​ຂ່າວສານ​ລາວ ​ໄດ້​ລົງພິມ​ຖະ​ແຫຼ​ງການ​ ກ່ຽວ​ກັບ​ວິ​ໄສ​ທັດ​ລວ​ມ​ໃນ​ການ​ພົວພັນ ຫວຽດ​ນາມ-ອາ​ເມ​ລິ​ກາ ​ແລະ ຢືນຢັນ​ວ່າ ບັນດາ​ໝາກຜົນ​ໃນ​ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ​ແມ່ນ​ຍ້ອນສອງ​ຝ່າຍ​ໄດ້​ມີ​​ຄວາມ​ມານະ​ພະຍາຍາມ​ທີ່ມີ​ລັກສະ​ນະສ້າງສັນ ​ເພື່ອ​ຜ່ານ​ຜ່າ​ອະດີດຕະການ, ​ແກ້​ໄຂສິ່ງ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ແລະ ຊຸກຍູ້​ບັນດາ​ຜົນ​ປະ​ໂຫຍ​ດລວມ ​ເພື່ອມຸ່ງ​ໄປ​ສູ່​ອະ​ນາ​ຄົດ.

      ກ່ອນ​ໜ້າ​ນັ້ນ, ວັນ​ທີ 08/7, ໜັງສືພິມ​ເສດຖະກິດ-​ສັງຄົມລາວ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ປີ 2015 ​ແມ່ນ​ປີ​ທີ່ມີ​ຄວາມ​ໝາຍ​ປະຫວັດສາດ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ໜັງສືພິມ​ລາວພັດທະນາ​ຖື​ວ່າ: ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຄັ້ງ​ນີ້​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ລະຫວ່າງ 2 ປະ​ເທດ ​ເພື່ອ​​ຍົກ​ສູງ​ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ​ໃນ​ຂະນະ​ນັ້ນ, ໜັງສື​ພິມ​ປະ​ເທດ​ລາວ ຢືນຢັນ​ວ່າ: ການ​ຢ້ຽມຢາມ​ປະຫວັດສາດ​ນີ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ ລະຫວ່າງ ຫວຽດນາມ-​ອາ​ເມ​ລິ​ກາ ພວມ​ນັບ​ມື້​ນັບ​​ເລິກ​ເຊິ່ງກວ່າ​ ​ແລະ ອາ​ເມ​ລິ​ກາ ມີ​ບົດບາດ​ສຳຄັນ​ສຳລັບ ຫວຽດນາມ ​ໃນ​ພາກ​ພື້ນ ອາຊີ-​ປາຊີ​ຟິກ.


ຂ່າວ/ບົດ​ອື່ນ