ໜັງສືພິມອິນໂດເນເຊຍຍ້ອງຍໍດ່ານັ້ງແມ່ນເກາະບາຫຼີຂອງຫວຽດນາມ

(VOVWORLD) -ວັນທີ 17 ມັງກອນ, ໜັງສືພິມເອເລັກໂຕນິກ Detik ຂອງອິນໂດເນເຊຍ ໄດ້ແນະນຳດ່ານັ້ງ ແມ່ນນະຄອນທັນສະໄໝໃຫຍ່ທີ່ສຸດຢູ່ພາກກາງຫວຽດນາມ ແລະ ແມ່ນ “ເກາະບາຫຼີຂອງຫວຽດນາມ”.

ໜັງສືພິມອິນໂດເນເຊຍຍ້ອງຍໍດ່ານັ້ງແມ່ນເກາະບາຫຼີຂອງຫວຽດນາມ - ảnh 1 ດ່ານັ້ງແມ່ນເກາະບາຫຼີຂອງຫວຽດນາມ

(ພາບປະກອບອີນເຕີແນັດ)

ຕາມໜັງສືພິມດັ່ງກ່າວແລ້ວ, ຢູ່ດ່ານັ້ງ, ນັກທ່ອງທ່ຽວມີຄວາມຮູ້ສຶກຄືດັ່ງໄດ້ຢູ່ປະເທດພັດທະນາ ດ້ວຍບັນດາຕຶກອາຄານໃໝ່ ແລະ ສະອາດ, ສວຍງາມພໍສົມຄວນ. ພິເສດ, ຈາກດ່ານັ້ງ ນັກທ່ອງທ່ຽວສາມາດໄປຢ້ຽມຢາມບັນດາເຂດປູຊະນີຍະຖານປະຫວັດສາດເຊິ່ງອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຮັບຮອງວ່າ ແມ່ນມໍລະດົກວັດທະນະທຳນັ້ນແມ່ນກຸງເກົ່າເຫ້ວ, ໂຮ້ຍອານ ແລະ ດິນແຫ່ງສັກສິດ ມີ້ເຊີນ. ມີເຫດຜົນໜຶ່ງອີກທີ່ເຮັດໃຫ້ນັກທ່ອງທ່ຽວນິຍົມໄປທ່ຽວຢູ່ດ່ານັ້ງ ນັ້ນແມ່ນຫາດຊາຍທະເລ. ຢູ່ທາງທິດຕາເວັນອອກຂອງນະຄອນ ມີຫາດຊາຍທະເລຂາວຍາວຢຽດເຊິ່ງວາລະສານ Forbes ໄດ້ຄັດເລືອກແມ່ນໜຶ່ງໃນບັນດາຫາດຊາຍທະເລສວຍງາມທີ່ສຸດໃນໂລກ.

          ຕອນສະຫຼຸບບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ, ອາດເວົ້າໄດ້ວ່າ ດ່ານັ້ງ ແມ່ນເກາະບາຫຼີ ຂອງຫວຽດນາມ ເຊິ່ງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມີຄວາມນິຍົມຊົມຊອບ.

ຕອບກັບ

ຂ່າວ/ບົດ​ອື່ນ