ໜັງສືພິມອິນໂດເນເຊຍຖືວ່າ, ປະເທດນີ້ຄວນທາບທາມບົດຮຽນສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ

(VOVWORLD) -ຫວຽດນາມ ໄດ້ຄາດຄະເນຜົນກະທົບຂອງໂລກລະບາດຢ່າງຖືກຕ້ອງ ແລະ ມີການກະທຳຢ່າງຂ້ຽວຂາດກ່ອນທີ່ໄວຣັດ SARS-CoV-2 ແຜ່ລະບາດຢູ່ພາຍໃນປະເທດ.

ໜັງສືພິມອິນໂດເນເຊຍຖືວ່າ, ປະເທດນີ້ຄວນທາບທາມບົດຮຽນສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ - ảnh 1 ຫວຽດນາມ ໄດ້ຄາດຄະເນຜົນກະທົບຂອງໂລກລະບາດຢ່າງຖືກຕ້ອງ ແລະ ມີການກະທຳຢ່າງຂ້ຽວຂາດ

(ພາບປະກອບ: TTXVN)

ໜັງສືພິມ Jakarta Post ສະບັບອອກວັນທີ 28 ທັນວາ ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ຮ່ຳຮຽນຈາກວິທີການສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ”. ໃນບົດຂຽນ, ນັກຂ່າວຜູ້ທີ່ມີຊື່ສຽງຂອງອິນໂດເນເຊຍ, ທ່ານ Veeramalla Anjaiah ໃຫ້ຮູ້ວ່າ, ດ້ວຍພົນລະເມືອງ 97,75 ລ້ານຄົນ ແລະ ມີເສັ້ນຊາຍແດນຍາວຕິດກັບຈີນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງ 1.438 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ ໄລ່ຮອດວັນທີ 25 ທັນວາ. ນີ້ແມ່ນຈຳນວນໜ້ອຍປະເທດໃນໂລກບັນລຸຜົນສຳເລັດທີ່ໃຫຍ່ຫຼວງໃນການສະກັດກັ້ນໄວຣັດ SARS-CoV-2. ໃນຂະນະນັ້ນ, ໄລ່ຮອດວັນທີ 25 ທັນວາ, ອິນໂດເນເຊຍ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນຂຶ້ນເຖິງ 700.097 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 20.847 ຄົນຫຼາຍກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຫຼາຍທີ່ 3 ຢູ່ອາຊີ, ຖັດຈາກອິນເດຍ ແລະ ອີຣານ.

        ບົດຂຽນໄດ້ຢືນຢັນວ່າ, ຫວຽດນາມ ໄດ້ຄາດຄະເນຜົນກະທົບຂອງໂລກລະບາດຢ່າງຖືກຕ້ອງ ແລະ ມີການກະທຳຢ່າງຂ້ຽວຂາດກ່ອນທີ່ໄວຣັດ SARS-CoV-2 ແຜ່ລະບາດຢູ່ພາຍໃນປະເທດ. ຫວຽດນາມ ໄດ້ຮັບການຕີລາຄາສູງ ດ້ວຍຄວາມຕັດສິນໃຈຢ່າງໄວ, ສານທາງດ້ານການແພດສາທາລະນະຢ່າງມີປະສິດທິຜົນ ແລະ ຕາມຫາແຫຼ່ງເກີດໂລກລະບາດນັບແຕ່ຫົວທີ.

ຕອບກັບ

ຂ່າວ/ບົດ​ອື່ນ