ໜັງສືພິມອາກຊັງຕິນຍົກອອກຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຂອງທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ

ໜັງສືພິມອາກຊັງຕິນຍົກອອກຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຂອງທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ - ảnh 1
ກອງ​ທັບ​ອາ​ເມ​ລິ​ກາ ໄດ້ຫວ່ານ​ທາ​ດ​ພິດ​ສີ​ສົ້ມ/ດີ​ໂ​ອ​ຊິນ
ລົງ​ໃນ​ສົງ​ຄາມຢ​ູ່​ຫວຽດ​ນາມ
(ພາບອີ​ນ​ເຕີ​ແນັດ)

(vovworld) - ​ວັນ​ທີ 04/09, ໜັງ​ສື​ພິມ​ເອ​ເລັກ​ໂຕ​ນິກ ArgenPress ຂອງ​ອາກ​ຊັງ​ຕິນ ໄດ້​ລົງ​ບົດ​ຂຽນ​ຂອງ​ນັກ​ຂ່າ​ວ Carlos Rivodo ກ່າວ​ປະ​ນາມ​ບັນ​ດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ຮ້າຍ​ແຮງ​ຂອງ​ທາ​ດ​ພິດ​ສີ​ສົ້ມ/ດີ​ໂ​ອ​ຊິນ ໂດຍກອງ​ທັບ​ອາ​ເມ​ລິ​ກາ ໄດ້ຫວ່ານ​ລົງ​ໃນ​ສົງ​ຄາມຢ​ູ່​ຫວຽດ​ນາມ. ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່​າ “ທາ​ດ​ພິດ​ສີ​ສົ້ມ/ດີ​ໂ​ອ​ຊິນ, ໂທດ​ກຳຕ້ານ​ປະ​ຊາ​ຊົນ​ຫວຽດ​ນາມ”, ນັກ​ຂ່າວ Rivodo ເນັ້ນ​ໜັກ​ວ່າ, ໃນ​ສົງ​ຄາມ​ຮຸກ​ຮານ​​ຫວຽດ​ນາມ, ກອງ​ທັບ​ອາ​ເມ​ລິ​ກາ ໄດ້​ນຳ​ໃຊ້​ຈຳ​ນວນ​ລູກລະ​ເບີດ, ລູ​ກ​ປືນ​ຫຼາຍ​ທົບ 4 ​ເທົ່າ​ເມື່ອ​ທຽບ​ໃສ່​​ລູກ​ລະ​ເບີດ, ລູກ​ປືນ​ທີ່ນ​ຳ​ໃຊ້​ໃນສົງ​ຄາມ​ໂລກ​ຄັ້ງ​ທີ 2, ຜົນ​​ຮ້າຍ​ຂອງ​ມັນ​ແມ່ນ, ມີ​ຊາວ​ຫວຽດ​ນາມ 3 ລ້ານ​ຄົນ​ຖືກ​ເສຍ​ຊີ​ວິດ ແລະ 4 ລ້ານ​ຄົນ​ຮັບ​ບາດ​ເຈັບ. ນັກ​ຂ່າວ Rivodo ໄດ້ກ່າວ​ປະ​ນາມກອງ​ທັບ​ອາ​ເມ​ລິ​ກາ ​ວ່າ ໄດ້​ຫວ່ານ​ທາດ​ພິດ​ສີ​ສົ້ມ ແລະ ທາດ​ພິດຂ້າ​ຫຍ້າ​ໃສ່​ພື້ນ​ແຜ່ນ​ດິນ​ຫວຽດ​ນາມ ເກືອບ 80 ລ້ານ​ລິດ ໃນ​ໄລ​ຍ​ະ 1961 – 1971, ໃນ​ນັ້ນ​ສະ​ເພາະທາ​ດ​ພິດ​ສີ​ສົ້ມ/ດີ​ໂ​ອ​ຊິນ ແມ່ນ​ເກືອບ 46 ລ້​ານ​ລິດ. ຈຳ​ນວນ​ຜູ້​ຖືກຕິດ​ທາດ​ພິດແມ່ນ​ອາດ​ຂຶ້ນ​ເຖິງ 3 ລ້ານ​ຄົນ, ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ຄິດ​ໄລ່​ເຖິງຜົນຮ້າຍ​ທີ່​ຮ້າຍ​ແຮງ​​ຕໍ່​ສິ່ງ​ແລດ​ລ້ອມ ເຊິ່ງທາ​ດ​ພິດ​ສີ​ສົ້ມ/ດີ​ໂ​ອ​ຊິນ ​ໄດ້​ກໍ່​ຂຶ້ນ. ນັກ​ຂ່າວ Rivodo ຢືນ​ຢັ​ນ​ວ່າ, ນີ້​ແມ່ນໂທດ​ກຳ​ຕ້ານ​​ມະ​ນຸດ. ປະ​ຊາ​ຊົນ​ຫວຽດ​ນາມ ຍັງ​ຮຽກ​ຮ້ອງ​ໃຫ້​ໂລ​ກ ຈົ່ງ​ສາ​ມັກ​ຄີ​ກັນ ຕໍ່​ສູ້​ຮຽກ​ຮ້ອງ​ແກ້​ໄຂ​ບັນ​ດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ອັນ​ໜັກ​ໜ່ວງ​ຂອງທາ​ດ​ພິດ​ສີ​ສົ້ມ/ດີ​ໂ​ອ​ຊິນ ເຊິ່ງ​ຫວຽດ​ນ​າມ ພວມປະ​ເຊີນ​ໜ້າ.

ຂ່າວ/ບົດ​ອື່ນ