ໜັງສືພິມຮົ່ງກົງ(ຈີນ)ໃຫ້ຂໍ້ສັງເກດວ່າຫວຽດນາມໄດ້ຮັບຜົນປະໂຫຍດຫລາຍຢ່າງຈາກTPP

ໜັງສືພິມຮົ່ງກົງ(ຈີນ)ໃຫ້ຂໍ້ສັງເກດວ່າຫວຽດນາມໄດ້ຮັບຜົນປະໂຫຍດຫລາຍຢ່າງຈາກTPP - ảnh 1
(ພາບປະກອບ)

(vovworld) – ​ ໜັງສືພິມ “ມິ​ງບ໋າ​ວ” ຮົ່ງກົງ (ຈີນ) ຫາ​ກໍ​ລົງ​ພິມ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້ “ຫວຽດນາມ ​ໄດ້​ຮັບຜົນ​ປະ​​ໂຫຍ​ດ​ຫລາຍ​ກ່ວາ​ຈາກ TPP”, ​ໃນ​ນັ້ນ​ຊີ້​ແຈ້ງ​ວ່າ: ສັນຍາ​ການ​ຄ້າ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ເຊິ່ງ 12 ປະ​ເທດ​ເຂົ້າ​ຮ່ວມ ຫາ​ກໍ​ສິ້ນ​ສຸດ​ການ​ເຈລະຈາ​ໃນ​ຕົ້ນ​ເດືອນ 10 ນີ້, ​ເມື່ອ​ໄດ້​ຮັບ​ການ​ປະຕິບັດ ຈະ​ນຳ​ມາ​ໃຫ້ ຫວຽດນາມ, ​ ​ປະ​ເທດ​ທີ່ພວມ​ພັດທະນາ, ຜົນ​ປະ​ໂຫຍ​ດ ​ແລະ ທ່າ​ໄດ້​ປຽບ​ຫລາຍ​ຢ່າງ. ບົດ​ຂຽນ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ໃນ 10 ປີ​ຈະ​ມາ​ເຖິງ, GDP ຂອງ ຫວຽດນາມ ຈະ​ເພີ່ມ 36 ຕື້ USD ຕືມອີກ ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ TPP. ບົດ​ຂຽນ​ເນັ້ນ​ໜັກ​ວ່າ: ຂະ​ແໜງ​ອຸສາ​ຫະກຳ​ຕັດຫຍິບ​ຂອງ ຫວຽດນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຍ້ອນ​ບັນດາ​ປະ​ເທດ TPP ຫລຸດ​ພາສີ​ນຳ​ເຂົ້າ. ກຸ່ມ​ບໍລິສັດ ​ເອີ​ຣົບ - ອາຊີ (Eurasia Group) ຂຶ້ນ​ກັບ​ບໍລິສັດ​ຄົ້ນຄວ້າ ​ແລະ ​ໃຫ້​ຄຳ​ປຶກສາ​ຄວາມ​ສ່ຽງດ້ານ​ການ​ເມືອງ​ທົ່ວ​ໂລກ​ຄາດ​ຄະ​ເນ​ວ່າ ​ໃນ 10 ປີ​ຈະ​ມາ​ເຖິງ, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ຕັດຫຍິບ ​ແລະ ​ເກີບ​ຂອງ ຫວຽດນາມ ຈະ​ເພີ່ມ​ຂຶ້ນເຕີມອີກ 50%. ນອກ​ຈາກຂະ​ແໜງ​ຕັດຫຍິບ, ຂະ​ແໜງ​ສິນ​​ໃນ​ນ້ຳຂອງ ຫວຽດນາມ ກໍ​​ສາມາດ​ໄດ້ຮັບ​ຜົນ​ປະ​ໂຫຍດຈາດ​ບັນດາ​ຕະຫລາດ​ສະມາຊິກ TPP ​ເມື່ອ​ລົບ​ລ້າງ​ພາສີ​ນຳ​​ເຂົ້າ.

ຂ່າວ/ບົດ​ອື່ນ