ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງ​ຍໍ​ຊ​ົມ​ເຊີຍ​ຍຸດ​ທະ​ສາດ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດCovid– 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງຫວຽດ​ນາມ

(VOVWORLD) -ໜັງສືພິມFrankfurter AllgemeineZeitung (FAZ) ຂອງເຢຍລະມັນສະບັບອອກວັນທີ 2 ເມສາໄດ້ມີບົດຂຽນກ່ຽວກັບຍຸດທະສາດປ້ອງກັນ, ສະກັດກັ້ນໄວຣັດ SARS –CoV– 2 ຢ່າງມີປະສິດທິຜົນຂອງຫວຽດນາມ.

ບົດຂຽນໄດ້ເຕື້ອງເຖິງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງຫວຽດນາມເລີ່ມແຕ່ທຳອິດຈົນເຖິງປັດຈຸບັດຄື: ການແຍກຕົວແລະປິ່ນປົວຈົນຫາຍດີເປັນປົກກະຕິໃຫ້ແກ່ຄົນເຈັບ 16 ຄົນ, ຮຽກຮ້ອງໃຫ້ປະຊາຊົນໃສ່ຜ້າອັດປາກ - ອັດດັງ…ແລະຫຼ້າສຸດແມ່ນເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ຮຽກຮ້ອງໃຫ້ແຍກຕົວທົ່ວສັງຄົມເປັນເວລາ 15 ວັນ.

ບົດຂຽນໄດ້ຊີ້ແຈ້ງວ່າໜຶ່ງໃນບັນດາເຫດຜົນທີ່ມີຄວາມສຳເລັດຈົນມາຮອດປັດຈຸບັນຂອງຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດແມ່ນການລະດົມກຳລັງແຮງຂອງປະຊາຊົນຜ່ານບັນດາບັ້ນຮົບມະຫາຊົນ, ຜ່ານຂໍ້ຄວາມແລະການໂຄສະນາເຜີຍແຜ່…ນອກຈາກນັ້ນ, ກົດໝາຍຫວຽດນາມກໍ່ອະນຸຍາດໃຫ້ລະດົມກຳລັງພະນັກງານການແພດແລະກອງທັບເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງວ່ອງໄວ. ບັນດາແພດໝໍແລະພະຍາບານໄດ້ສຸດອົກສຸດໃຈກັບວຽກງານ, ໃນຂະນະນັ້ນບັນດາອ້າຍນ້ອງທະຫານກໍ່ໄດ້ສະຫຼະບ່ອນທີ່ຕົນເອງດຳລົງຊີວິດ ເພື່ອເປັນບ່ອນແຍກຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ