ໜັງສືພິມເຢຍລະມັນຫຼາຍສະບັບໄດ້ໃຫ້ຂ່າວກ່ຽວກັບຄະນະກຳມະການການຄ້າສາກົນຂຶ້ນກັບ EP ມີຄວາມເຫັນດີຕໍ່ EVFTA

(VOVWORLD) -ໃນຕອນບ່າຍວັນທີ 21 ມັງກອນ, ໜັງສືພິມໃຫຍ່ຫຼາຍສະບັບຂອງເຢຍລະມັນ ໄດ້ລົງພິມບົດຂຽນກ່ຽວກັບເຫດການດັ່ງກ່າວ.

ໜັງສືພິມເຢຍລະມັນຫຼາຍສະບັບໄດ້ໃຫ້ຂ່າວກ່ຽວກັບຄະນະກຳມະການການຄ້າສາກົນຂຶ້ນກັບ EP ມີຄວາມເຫັນດີຕໍ່ EVFTA - ảnh 1

  INTA ໄດ້ຮັບການຮັບຮອງເອົາ EVFTA ດ້ວຍບັດສະໜັບສະໜູນສູງ

(ພາບ: TTXVN)

ພາຍຫຼັງທີ່ຄະນະກຳມະການການຄ້າສາກົນ (INTA) ຂຶ້ນກັບລັດຖະສະພາເອີລົບ (EP) ຮັບຮອງເອົາຂໍ້ສະເໜີໃຫ້ສັດຕະຍາບັນສັນຍາການຄ້າເສລີສະຫະພາບເອີລົບ - ຫວຽດນາມ (EVFTA) ແລະ ສັນຍາອາລັກຂາການລົງທຶນ (IPA) ສະຫະພາບເອີລົບ - ຫວຽດນາມ (EVIPA) ໃນຕອນບ່າຍວັນທີ 21 ມັງກອນ, ໜັງສືພິມໃຫຍ່ຫຼາຍສະບັບຂອງເຢຍລະມັນ ໄດ້ລົງພິມບົດຂຽນກ່ຽວກັບເຫດການດັ່ງກ່າວ.

          ດ້ວຍຫົວຂໍ້ວ່າ “EVFTA ໄດ້ຜ່ານຜ່າຮົ້ວກີດຂວາງທຳອິດຢູ່ EP”, ໜັງສືພິມ Focus ຂອງເຢຍລະມັນ ໄດ້ຂຽນວ່າ, ພາຍຫຼັງ INTA ໄດ້ຮັບການສະໜັບສະໜູນ, ປະຈຸບັນ, ຂໍ້ຕົກລົງພຽງແຕ່ລໍຖ້າກອງປະຊຸມຄົບຄະນະຂອງ EP ຮັບຮອງເອົາເພື່ອເລີ່ມມີຜົນສັກສິດໃນລະດູໃບໄມ້ຫຼົ່ນຈະມາເຖິງ. ບົດຂຽນໄດ້ຄັດສະເໜີຖະແຫຼງການຂອງ INTA ຢູ່ບຣຸກແຊນ, ປະເທດແບນຊິກ ໃນວັນທີ 21 ມັງກອນ ໂດຍຊີ້ແຈ້ງວ່າ, ສັນຍາດັ່ງກ່າວໄດ້ຮັບຖືວ່າແມ່ນຂໍ້ຕົກລົງຮອບດ້ານ ແລະ ມີລັກສະນະມັກໃຫຍ່ໄຝ່ສູງທີ່ສຸດເຊິ່ງ EU ໄດ້ບັນລຸກັບປະເທດໜຶ່ງທີ່ພວມພັດທະນາ.

          ໜັງສືພິມ SZ ໃຫ້ຂໍ້ສັງເກດວ່າ, ໃນເດືອນຈະມາເຖິງ, EP ຈະໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວ ແລະ ເລື່ອງຮັບຮອງເອົາພາຍຫຼັງຂໍ້ຕົກລົງຂອງ INTA ໄດ້ຮັບຖືວ່າແມ່ນສິ່ງທີ່ແນ່ນອນທີ່ສຸດ.

          ໃນຂະນະນັ້ນ, ວິທະຍຸກະຈາຍສຽງເຢຍລະມັນ (Deutschlandfunk) ໄດ້ຂຽນວ່າ, INTA ໄດ້ຮັບການຮັບຮອງເອົາ EVFTA ດ້ວຍບັດສະໜັບສະໜູນສູງ, ຜ່ານນັ້ນ “ເຫັນດີເຫັນພ້ອມ” ເພື່ອໃຫ້ຂໍ້ຕົກລົງທີ່ໄດ້ຮັບການລົງນາມເມື່ອເດືອນ ມິຖຸນາ 2019 ຜ່ານມານັ້ນ ໄດ້ຮັບການໃຫ້ສັດຕະຍາບັນຢູ່ EP, ໃນຂະນະນັ້ນ, ສະພາແຫ່ງຊາດຫວຽດນາມ ອາດຈະໃຫ້ສັດຕະຍາບັນໃນເດືອນ ພຶດສະພາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ