ໜັງສືພິມແຖວໜ້າຂອງ ສະວິດ ຕີລາຄາ ຫວຽດນາມ ແມ່ນເສືອຕົວໃໝ່ຂອງ ອາຊີ

(VOVWORLD) - ໜັງສືພິມ Agefi ຢັ້ງຢືນວ່າ: ຫວຽດນາມ ແລະ ອິນໂດເນເຊຍ ພວມພັດທະນາດ້ານເສດຖະກິດຢ່າງແຮງ ແລະ ຢັ້ງຢືນບົດບາດການເມືອງຂອງຕົນເທື່ອລະກ້າວ...
ໜັງສືພິມແຖວໜ້າຂອງ ສະວິດ ຕີລາຄາ ຫວຽດນາມ ແມ່ນເສືອຕົວໃໝ່ຂອງ ອາຊີ - ảnh 1(ພາບປະກອບຈາກ TTXVN)

ໜັງສືພິມ Agefi, ເຊິ່ງເປັນໜັງສືພິມດ້ວຍພາສາ ຝລັ່ງ ຂອງ ສະວິດ ທີ່ມີສຳນັກງານຕັ້ງຢູ່ ເຊີແນວ, ສະບັບອອກມໍ່ໆມານີ້ດ້ວຍຫົວຂໍ້ວ່າ “ຫວຽດນາມ ແມ່ນເສືອຕົວໃໝ່ຂອງ ອາຊີ” ຂອງນັກຂ່າວ Guy Mettan, ໃນນັ້ນຕີລາຄາ ຫວຽດນາມ ນັບມື້ນັບໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ມີບົດບາດສຳຄັນແຖວໜ້າຢູ່ ອາຊີ.

        ໜັງສືພິມໃຫ້ຂໍ້ສັງເກດວ່າ, ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ແລະ ອິນໂດເນເຊຍ ພວມພົ້ນເດັ່ນຂຶ້ນຄືດັ່ງບັນດາປະເທດມະຫາອຳນາດເສດຖະກິດໃໝ່ຢູ່ ອາຊີ ພ້ອມກັບ ສ ເກົາຫຼີ, ສິງກະໂປ.  ໜັງສືພິມ Agefi ຢັ້ງຢືນວ່າ: ຫວຽດນາມ ແລະ ອິນໂດເນເຊຍ ພວມພັດທະນາດ້ານເສດຖະກິດຢ່າງແຮງ ແລະ ຢັ້ງຢືນບົດບາດການເມືອງຂອງຕົນເທື່ອລະກ້າວ, ບໍ່ພຽງແຕ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ ຫາກຍັງມີບົດບາດສຳລັບບັນດາບັນຫາສຳຄັນຂອງໂລກອີກດ້ວຍ. ການເຕີບໂຕ GDP ຂອງ ຫວຽດນາມ ຄາດວ່າບັນລຸ 7,5% ໃນປີ 2022, ໃນຂະນະທີ່ລະດັບເງິນເຟີ້ຄາດວ່າຢູ່ໃນລະດັບ 3,8%. ຂໍ້ມູນດັ່ງກ່າວຖືກຄັດສະເໜີຕາມບົດລາຍງານຂອງທະນາຄານໂລກ (WB) ເຊິ່ງໄດ້ປະກາດເມືອເດືອນ ສິງຫາ ຜ່ານມາ.

        ໜັງສືພິມທີ່ມີຊື່ສຽງແຖວໜ້າຂອງ ສະວິດ ກໍ່ຕີລາຄາຄວາມມານະພະຍາຍາມຂອງ ຫວຽດນາມ ເມື່ອສະໝັກຮັບເລືອກຕັ້ງເຂົ້າເປັນສະມາຊິກໃນສະພາສິດທິມະນຸດ ສປຊ ພາຍຫຼັງປະຕິບັດບົດບາດເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ປະສົບຜົນສຳເລັດ ແລະ ຖືວ່າດ້ວຍຄວາມຄ່ອງແຄ້ວ ແລະ ສະພາວະດຸ່ນດ່ຽງຈະມີຜົນປະໂຫຍດໃຫ້ແກ່ ຫວຽດນາມ ໃນການພົວພັນສາກົນໃນໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ