ໜູນ​ຊ່ວຍ ຫວຽດ​ນາມ​ລະ​ດົມ​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ໃຫ້​ແກ່​ໂຄງ​ການ​ທົດ​ລອງ​ການ​ປະ​ມູນ​ລາ​ຄາ​ໄຟ​ຟ້າ​ແສງຕາ​ເວັນ

(VOVWORLD) - ຕອນບ່າຍວັນທີ 18 ທັນວາ, ທະນາຄານໂລກ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຄະນະຊີ້ນຳກອງທຶນພື້ນຖານໂຄງລ່າງທົ່ວໂລກ (GIF) ໄດ້ອະນຸມັດ ບ້ວງເງິນອຸປະຖຳ 1,5 ລ້ານ USD ໜູນຊ່ວຍທະນາຄານໂລກ ແລະ ລັດຖະບານ ຫວຽດນາມ ປະຕິບັດໂຄງການທົດລອງການປະມູນລາຄາໄຟຟ້າແສງຕາເວັນ.
ໜູນ​ຊ່ວຍ ຫວຽດ​ນາມ​ລະ​ດົມ​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ໃຫ້​ແກ່​ໂຄງ​ການ​ທົດ​ລອງ​ການ​ປະ​ມູນ​ລາ​ຄາ​ໄຟ​ຟ້າ​ແສງຕາ​ເວັນ - ảnh 1ພາບປະກອບ 

ກອງທຶນພື້ນຖານໂຄງລ່າງທົ່ວໂລກໄດ້ສົມທົບກັບຄະນະພະລັງງານຂອງ ທະນາຄານໂລກໜູນຊ່ວຍ ລັດຖະບານຫວຽດນາມ ອອກແບບ ແລະ ສ້າງໂຄງການປະມູນເພື່ອແນໃສ່ຫັນປ່ຽນແຕ່ກົນໄກຕາຕະລາງລາຄາໄຟຟ້າໜູນຊ່ວຍ ໄປສູ່ກົນໄກປະມູນ ແກ້ງແຍ້ງເພື່ອພັດທະນາໄຟຟ້າແສງຕາເວັນແບບຍືນຍົງ. ໂຄງການນີ້ປະກອບສ່ວນ ຊ່ວຍໃຫ້ ຫວຽດນາມແກ້ໄຂບັນຫາ ພະລັງງານ ແລະ ຊຸກຍູ້ການພັດທະນາແບບກວມລວມ ດ້ວຍການສ້າງສະພາບແວດລ້ອມສະດວກໃຫ້ແກ່ພາກເອກະຊົນເຂົ້າຮ່ວມ.

ໂຄງການປະມູນແກ້ງແຍ້ງໄຟຟ້າແສງຕາເວັນຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມລວມ ຂອງ ລັດຖະບານ, ເພື່ອແນໃສ່ຊຸກຍູ້ການລົງທຶນເຂົ້າຂົງເຂດປະຢັດພະລັງງານ ແລະ ພະລັງງານຜະລິດຄືນໃໝ່, ເພີ່ມທະວີການຫັນແຫຼ່ງຜະລິດໄຟຟ້າເປັນຫຼາຍຮູບແບບ ແລະ ຫຼຸດຜ່ອນການປ່ອຍອາຍ CO2.

ຕອບກັບ

ຂ່າວ/ບົດ​ອື່ນ