ໜູນ​ຊ່ວຍ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ ຜູ້​ອອກແຮງ​ງານ ເພື່ອ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ຄວາມຮຽກ​ຮ້ອງ​ຕ້ອງ​ການຂອງ ​ສະ​ໄໝອຸດ​ສາ​ຫະ​ກຳ 4.0

(VOVWORLD) -ຕາມທ່ານນາງ ເຈິ່ນທິລານແອັງ, ຮອງເລຂານຸການໃຫຍ່ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຫົວໜ້າຫ້ອງການວົງການຜູ້ນຳໃຊ້ແຮງງານ ແລ້ວ, ດ້ວຍ 95% ຈຳນວນວິສາຫະກິດ ຂະໜາດກາງ ແລະ ນ້ອຍ, ເລື່ອງຕອບສະໜອງຄວາມຮຽກຮ້ອງຕ້ອງການ 4.0 ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ.
ໜູນ​ຊ່ວຍ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ ຜູ້​ອອກແຮງ​ງານ ເພື່ອ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ຄວາມຮຽກ​ຮ້ອງ​ຕ້ອງ​ການຂອງ ​ສະ​ໄໝອຸດ​ສາ​ຫະ​ກຳ 4.0 - ảnh 1ກອງປະຊຸມສຳມະນາທາງໄກ “ຮັດແຄບໄລຍະຫ່າງໃນການຊຸກຍູ້ສິດອຳນາດຂອງຜູ້ອອກແຮງງານ”  (ພາບ: ຄະນະຈັດຕັ້ງ)

ທີ່ກອງປະຊຸມສຳມະນາທາງໄກ “ຮັດແຄບໄລຍະຫ່າງໃນການຊຸກຍູ້ສິດອຳນາດຂອງຜູ້ອອກແຮງງານ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຂຶ້ນໃນວັນທີ 30 ກັນຍາ, ມີຜູ້ແທນຫຼາຍຄົນຖືວ່າ, ບັນດາວິສາຫະກິດ ຕ້ອງເພີ່ມທະວີການເຄື່ອນໄຫວໜູນຊ່ວຍກຳລັງຄວາມສາມາດໃຫ້ຜູ້ອອກແຮງງານເພື່ອກະກຽມການປັບຕົວໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງ ສະໄໝອຸດສາຫະກຳ 4.0.

ຕາມທ່ານນາງ ເຈິ່ນທິລານແອັງ, ຮອງເລຂານຸການໃຫຍ່ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຫົວໜ້າຫ້ອງການວົງການຜູ້ນຳໃຊ້ແຮງງານ ແລ້ວ, ດ້ວຍ 95% ຈຳນວນວິສາຫະກິດ ຂະໜາດກາງ ແລະ ນ້ອຍ, ເລື່ອງຕອບສະໜອງຄວາມຮຽກຮ້ອງຕ້ອງການ 4.0 ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ, ເປັນຕົ້ນແມ່ນໃນສະພາບທີ່ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ມີວິສາຫະກິດຫຼາຍແຫ່ງຕ້ອງຮັດແຄບການຜະລິດ, ມີວິສາຫະກິດຫຼາຍໝື່ນແຫ່ງ ຕ້ອງລົ້ມລະລາຍ. ທ່ານນາງ ຫງວຽນຮົ່ງຮ່າ, ຜູ້ອຳນວຍການໂຄງການ Better work ຫວຽດນາມໃຫ້ຮູ້ວ່າ:

       ໃນຄວາມມານະພະຍາຍາມປັບຕົວໃຫ້ແທດເໝາະເພື່ອຄວາມຄົງຕົວ ແລະພັດທະນາ, ບັນດາວິສາຫະກິດ ຕ້ອງສ້າງກຳລັງຄວາມສາມາດໃນການແກ້ງແຍ້ງຂອງຕົນ ບົນພື້ນຖານແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີພູມປັນຍາ ບໍ່ພຽງແຕ່ແມ່ນແຫຼ່ງແຮງງານທີ່ມີລາຍຮັບຕ່ຳ ແລະ ມີຄຸນນະພາບອ່ອນດ້ວຍ. ສະພາບການຕົວຈິງ ຢູ່ ວິສາຫະກິດທີ່ເຂົ້າຮ່ວມໂຄງການ Better work ສະແດງໃຫ້ເຫັນວ່າ, ວິສາຫະກິດມີຄວາມເອົາໃຈໃສ່ ຕໍ່ການລົງທຶນພັດທະນາແຫຼ່ງຊັບພະຍາກອນມະນຸດ, ປະກອບຄວາມຮູ້ເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈ, ຕິດພັນກັບວິສາຫະກິດຢ່າງຍາວນານ ແລະ ມີການປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ