ໜູນຊ່ວຍຄົນທຸກຍາກເຂດທາງທິດຕາເວັນຕົກພາກໃຕ້ສ້າງການດຳລົງຊີວິດເປັນປົກກະຕິ

ໜູນຊ່ວຍຄົນທຸກຍາກເຂດທາງທິດຕາເວັນຕົກພາກໃຕ້ສ້າງການດຳລົງຊີວິດເປັນປົກກະຕິ - ảnh 1
ຄະນະ​ຊີ້ນ​ຳ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ພາກໃຕ້
ຈັດ​ຕັ້ງ​ພິທີ​ຮັບ​ເງິນ​ຊ່ວຍ​ເຫຼືອ​ກ່ວາ 1 ຕື້​ດົ່ງ
(ພາບ: TTXVN)

(vovworld) ​ ​ ວັນ​ທີ 21/12, ຢູ່​ນະຄອນ ​ເກີ່​ນ​ເທີ, ຄະນະ​ຊີ້ນ​ຳ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ພາກໃຕ້ ຈັດ​ຕັ້ງ​ພິທີ​ຮັບ​ເງິນ​ຊ່ວຍ​ເຫຼືອ​ກ່ວາ 1 ຕື້​ດົ່ງ ​ໂດຍ​ບໍລິສັດ​ໃຫຍ່ຫຸ້ນ​ສ່ວນ​​ເຫຼົ້າ, ເບຍ, ນ້ຳຫວານ ​ໄຊ​ງ່ອນ ອຸປະ​ຖຳ​ໃຫ້​ສະມາຄົມຊ່ວຍ​ເຫຼືອຄົນ​ເຈັ​ບທີ່​ທຸກ​ຍາກ​ ເຂດທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້, ນັບ​ແຕ່​ເມື່ອ​​ໄດ້ຮັບ​ການ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ ​ຊ່ວຍ​ເຫຼືອ​ຄົນ​​ເຈ​ັບທີ່​ທຸກ​ຍາກ ​ເຂດທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໄດ້​ຮັບ​ການ​ສະໜັບສະໜູນ​ຊ່ວຍ​ເຫຼືອຈາກ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ​ ​ແລະ ຜູ້​ໃຈ​ບຸນ​​ໃຈກຸສົນ​ຕ່າງໆ ດ້ວຍ​ຍອດ​ເງິນ​ຈຳນວນ​ກ່ວາ 70 ຕື້​ດົ່ງ ລວມມີ​ເງິນສົດ ​ແລະ ວັດຖຸ​. ດ້ວຍ​ຈຳນວນ​ເງິນ​ຊ່ວຍ​ເຫຼືອ​ດັ່ງກ່າວ, ສະມາຄົມ​ໄດ້​ໜູນຊ່ວຍ​ກໍ່ສ້າງ​ເຮືອນ​ຢູ່​ໃຫ້​ເກືອບ 170 ຄອບຄົວ​ທຸກ​ຍາກ​ໃນ​ເຂດ; ກວດ​ ​ແລະ ປິ່ນປົວ​ພະຍາດ​ໃຫ້​ຄົນ​ເຈ​ັບທີ່​ທຸກ​ຍາກ​ກ່ວາ 2.800 ຄົນ. ນີ້​ແມ່ນ​ບັນດາ​ການ​ກະທຳ​ແທດ​ຈິງ, ຊ່ວຍ​ບັນດາ​ຄອບຄົວ​ທຸກ​ຍາກ​ໃນ​ເຂດ​ບືນ​ຕົວ​ຂຶ້ນ​ໃນການ​ດຳລົງ​ຊີວິດ.

ຂ່າວ/ບົດ​ອື່ນ