ໜູນຊ່ວຍຊາວປະມົງຫາສິນທະເລໄກຝັ່ງ

ໜູນຊ່ວຍຊາວປະມົງຫາສິນທະເລໄກຝັ່ງ - ảnh 1
ພາບປະກອບ

(vovworld) – ວັນ​ທີ 22/12, ຢູ່ ​ແຂວງ ຟູ໋ອຽນ​, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສົມທົບ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ໜັງສືພິມ ​ໄຊ​ງ່ອນ​ຢ໊າຍຟ໋ອງ (​ໄຊ​ງ່ອນ​ປົດ​ປ່ອຍ) ​ແລະ ຄະນະ​ພັກ​ແຂວງ ຟູ໋ອຽນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ຊາວ​ປະມົງ​ພັດທະນາ​ເສດຖະກິດ​ທະ​ເລ”. ຮອດ​ເດືອນ 10/2013, ​ໃນ​ທົ່ວ​ປະ​ເທດ​ມີ​ກຳປັ່ນຫາ​ປາ 117.000 ລຳ. ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ​ກ່ຽວ​ກັບ​​ເສດຖະກິດ​ທະ​ເລ ​ແລະ ຍຸດ​ທະ​ສາດ​ທະ​ເລ ຫວຽດນາມ ຮອດປີ 2020, ພື້ນຖານ​ໂຄງ​ລ່າງຫຼາຍ​​ແຫ່ງ ທີ່​ຮັບ​ໃຊ້​ໃຫ້​ອາຊີບ​ປະມົງ​ ​ໄດ້​ຮັບ​ການ​ລົງທຶນ​ນັບແຕ່​ແຂວງ ກວາງ​ນິງ ຕະຫຼອ​ດຮອດ​ແຂວງ ກາ​ເມົາ. ອົງການ​ທີ່​ກ່ຽວ​ຂ້ອງ ​ໄດ້​ໜູນ​ຊ່ວຍ​ຊາວ​ປະມົງ​ຕໍ່​ກຳ​ປັ່ນ​ລຳ​ໃໝ່​ 1.400 ລຳທີ່​ມີປະສິດທິພາບ 90 CV ຂຶ້ນ​ໄປ​ ດ້ວຍ​ຍອດ​ຈຳນວນ​ເງິນ​ປະມານ 1.300 ຕື້​ດົ່ງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍານພາຫະນະ​ຫາ​ສິນ​ທະ​​ເລ​ໄກ​ຝັ່ງ​ຍັງ​ຂາດ​ເຂີນ​ຫຼາຍ. ​ເພື່ອ​ແກ້​ໄຂ​ສິ່ງ​ດັ່ງ​ກ່າວ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວູວັນ​ຕ໋າມ, ຖື​ວ່າ:

    “”ກ່ຽວ​ກັບ​ມາດ​ຕະການ​ສິນ​ເຊື່ອ​ໃຫ້ຊາວ​ປະມົງ​, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ພວມ​ຕັ້ງໜ້າ​ພ້ອມ​ກັບ​ທະນາຄານ​ເພື່ອ​ຍື່ນສະ​ເໜີ​ຕໍ່​ລັດຖະບານ ລາຍການ​ພິ​ເສດສະ​ເພາະ​ໃຫ້​ແກ່​ຊາວ​ປະມົງ, ຈາກ​ນັ້ນ​ມີ​ນະ​ໂຍບາຍ​ເພື່ອ​ຫັນ​ກຳ​ປັ່ນ​ຫາ​ສິນ​ທະ​ເລ​​​ໄກ​ຝັ່ງ​ເປັນ​ທັນ​ສະ​ໄໝ​ໃນ​ໄລຍະ​ຈະ​ມາ​ເຖິງ”

    ສະ​ຫລຸບ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຫົວໜ້າ​ຄະນະ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ຫງວຽນ​ວັນ​ເຢົ່າ ຖື​ວ່າ: ຄວນ​ຍົກ​ສູງ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ເສດຖະກິດ​ທະ​ເລ. ​ໂດຍລະອຽດ​ແມ່ນ​ມາດ​ຕະການ​ຕ້ອງ​ມີ​ນະ​ໂຍບາຍ​ຊາວ​ປະມົງ, ອາ​ຊີບ​ຫາ​ປາ, ບໍລິ​ເວນ​ຫາ​ປາ, ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ໜູນ​ຊ່ວຍ​ການ​ລົງທຶນ​ຍົກ​ລະດັບ​ກຳ​ປັ່ນ.

ຂ່າວ/ບົດ​ອື່ນ