ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍໃນອຸປັດຕິເຫດຢູ່ລາວ

ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍໃນອຸປັດຕິເຫດຢູ່ລາວ - ảnh 1
(ລົດ​ເມ​ເກີດ​ລະ​ເບີດ)

(vovworld) – ໃນ​ເວ​ລາ 4 ໂມງ​ເຊົ້າ​ວັນ​ທີ 2/6, ຢູ່​ເມືອງ​ບົວ​ລະ​ພາ, ແຂວງ​ຄຳ​ມ່ວນ, ຫ່າງ​ຈາກ​ດ່ານ​ຊາຍ​ແດນ ຈາ​ລໍ, ແຂວງ ກວາງ​ບິ່ງ ປະ​ມານ 15 ກມ, ໄດ້​ເກີດ​ເຫດ​ລົດ​ເມ​ທີ່​ມີ​ທະ​ບຽນ​ລົດ​ໝາຍ​ເລກ UN 3897 ລະ​ເບີດ, ເຮັດ​ໃຫ້ 8 ຄົນ​ເສຍ​ຊີ​ວິດ, 3 ຄົນ​ຮັບ​ບາດ​ເຈັບ. ຕາມ​ຂໍ້​ມູນ​ຂ່າວ​ໃນ​ເບື້ອງ​ຕົ້ນ​ແລ້ວ, ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ດັ່ງ​ກ່າວ​ລ້ວນ​ແຕ່​ແມ່ນ​ຊາວ ຫວຽດ​ນາມ, ບ້ານ​ເກີດ​ຢູ່​ແຂວງ ເງ້​ອານ.

        ວັນ​ທີ 2/6, ​ເມື່ອຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ອຸ​ປັດ​ຕິ​ເຫດ​ດັ່ງ​ກ່າວ, ທ່ານ ເລ​ຫາຍ​ບິ່ງ, ໂຄ​ສົກ​​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ​ໃຫ້​ຮູ້​ວ່າ, ພາຍຫຼັງ​ເກີດ​ເຫດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ, ໄດ້​ຊີ້​ນຳ​ໃຫ້​ສະ​ຖານ​ທູດ ຫວຽດ​ນາມ​ປະ​ຈຳ​ລາວ ຢູ່​ວຽງ​ຈັນ, ແລະ ຫົວ​ໜ້າ​ສະ​ຖານກົງ​ສູນ​ຫວຽດ​ນາມ​ປະ​ຈຳ​ແຂວງ ສະ​ຫວັນ​ນະ​ເຂດ​ສົ່ງ​ພະ​ນັກ​ງານ​ໄປ​ຍັງ​ບ່ອນ​ເກີດ​ເຫດ, ພ້ອມ​ທັງ​ສົມ​ທົບ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນຊາຍ​ແດນແຂວງກວາງ​ບິ່ງ ເພື່ອ​ຊອກ​ຮູ້​ຂ່າວ ແລະ ເຫດ​ການ. ​ປະ​ຈຸ​ບັນ, ຫົວ​ໜ້າ​ສະ​ຖານກົງ​ສູນ​ຫວຽດ​ນາມ​ປະ​ຈຳ​ແຂວງ ສະ​ຫວັນ​ນະ​ເຂດ ໄດ້​ລົງ​ໄປ​ຍັງ​ບ່ອນ​ເກີດ​ເຫດ​ແລ້ວ, ແລະ​​ໄດ້ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ລາວ​ຢ່າງ​ແໜ້ນ​ແຟ້ນ ​ແນ​ໃສ່​ໜູນ​ຊ່ວຍ​ຍາດ​ຕິ​ພີ່​ນ້ອງ​ຜູ້​ປະ​ສົບ​ເຄາະ​ຮ້​າຍ ເພື່ອ​ນຳ​ຊາກສົບຜູ້​ປະ​ສົບ​ເຄາະ​ຮ້າຍ​ກັບ​ເມືອ​ປະ​ເທດ

ຂ່າວ/ບົດ​ອື່ນ