ໜູນຊ່ວຍບຸນປີໃໝ່ປະຈຳຊາດ2016ຢ່າງທັນການ,ຄົບຖ້ວນ,ຖືກເປົ້າໝາຍ

ໜູນຊ່ວຍບຸນປີໃໝ່ປະຈຳຊາດ2016ຢ່າງທັນການ,ຄົບຖ້ວນ,ຖືກເປົ້າໝາຍ - ảnh 1
ທ່ານ​​ນາງລັດ​ຖະ​ມົນ​ຕີ​ວ່​າ​ການ​ກະ​ຊວງ​ແຮງ​ງານ,
ທະ​ຫານ​ເສ​ຍ​ອົງ​ຄະ ແລະ ສັງ​ຄົມ ຟ້າມ​ທິ​ຫາຍ​ຈ່​ວຽນ
(ພາບ​ອີນ​ເຕີ​ແນັດ)


(vovworld) –​ ​ ໜູນ​ຊ່ວຍ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ (ບຸນ​ເຕັດ) 2016 ຢ່າງ​ທັນ​ການ, ຄົບ​ຖ້ວນ, ຖືກ​ເປົ້າ​ໝາຍ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​​ນາງລັດ​ຖະ​ມົນ​ຕີ​ວ່​າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສ​ຍ​ອົງ​ຄະ ແລະ ສັງ​ຄົມ ຟ້າມ​ທິ​ຫາຍ​ຈ່​ວຽນ ໃນ​ລາຍ​ການ “ປະ​ຊາ​ຊົນ​ຖາມ - ລັດ​ຖະ​ມົນ​ຕີ​ຕອບ” ໃນ​ວັນ​ທີ 24/01. ທ່ານ​ນາງລັດ​ຖະ​ມົນ​ຕີ ຟ້າມ​ທິ​ຫາຍ​ຈ່​ວຽນ ຢືນ​ຢັນ​ວ່າ, ການ​ເບິ່ງ​ແຍງດ​ູ​ແລ​ບຸນ​​ເຕັດ ໃຫ້​ປະ​ຊາ​ຊົນ​ເວົ້າ​ລວ​ມ, ບັນ​ດາ​ຄອບ​ຄົວ​​ເປົ້າ​ໝາຍນະ​ໂຍ​ບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​, ຜູ້​ທຸກ​ຍາກ​ເວົ້າ​ສະ​ເພາະ ແມ່ນ​ແຜນ​ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ. ທ່ານ​ນາງ​ລັດ​ຖະ​ມົນ​ຕີ ຟ້າມ​ທິ​ຫາຍ​ຈ່​ວຽນ ໃຫ້​ຮູ້​ວ່າ.

      “ວັນ​ທີ 08/01/2016, ປະ​ທານ​ປະ​ເທດ ໄດ້​ມີ​ຂ​ໍ້​ຕົກ​ລົງ​ກ່ຽວ​ກັບ​​ການມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ເ​ປົ້າໝາຍ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​​ຕໍ່​ການ​ປະ​ຕິ​ວັດ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດປີ​ວອກ 2016. ເຊິ່ງ​ຕາມນັ້ນ​ແລ້ວ, ​ບັນ​ດ​າເປົ້າ​ໝາຍ​ນະ​ໂຍ​ບາຍ ​ທີ່ໄດ້​ຮັບ​ຂອງ​ຂວັນ​​ແມ່ນ​ມີ 2 ລະ​ດັບ​​ຄື 400.000 ດົງ ແລະ 200.000 ດົງ. ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ ກວ່າ 2 ລ້ານ​ຄົນຈະ​ໄດ້​ຮັບ​ຂອງ​ຂວັນ​ບຸນ​ເຕັດ​ປີ​ວອ​ກ 2016, ດ້ວຍ​ຈຳ​ນ​ວນ​ເງິນ​ທັງ​ໝົດ​ແມ່ນ​ 437 ຕື້​ດົງ”.

      ສຳ​ລັບ​ບັນ​ດາ​ຄອບ​ຄົວ​​ທີ່ທຸກ​ຍາກ, ຂາດ​ສະ​ບຽງ​ອາ​ຫານ, ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສ​ຍ​ອົງ​ຄະ ແລະ ສັງ​ຄົມ ສະ​ເໜີ​ຕໍ່​ລັດ​ຖະ​ບານ​ໜູນ​ຊ່ວຍສະ​ບຽງ​ອາ​ຫານກວ່າ 12.000 ໂຕນ ໃຫ້​ກວ່າ 800.000 ຄອບ​ຄົວ, ແຕ່​ລະ​ຄອບ​ຄົວ​ແມ່ນໄດ້​ຮັບ​ເຂົ້າ 15 ກິ​ໂລກ​ຣາມ ເຂົ້າ​ໃນ​ໂອ​ກາດ​ບຸນ​ເຕັດ.

ຂ່າວ/ບົດ​ອື່ນ