ໜູນຊ່ວຍປະຊາຊົນຖືກຜົນເສຍຫາຍ ຍ້ອນໄພນ້ຳຖ້ວມຢູ່ພາກກາງ

ໜູນຊ່ວຍປະຊາຊົນຖືກຜົນເສຍຫາຍ ຍ້ອນໄພນ້ຳຖ້ວມຢູ່ພາກກາງ - ảnh 1

ໄພ​ນຳຖ້ວມ​ຢູ່​ພາກ​ກາງ​ຫວຽດນາມ

(ພາບ:hotday.vn)

( vovworld ) – ຕໍ່ໜ້າ​ບັນດາ​ຜົນ​ເສຍ​ຫາຍຍ້ອນ​ໄພ​ທຳ​ມະ​ຊາດ, ຝົນຕົກ, ນ້ຳຖ້ວມ​ກໍ່​ຂຶ້ນ​ຢູ່​ເຂດ​ທິດ​ເໜືອ​ຂອງ​ພາກ​ກາງ​ຫວຽດນາມ, ສູນ​ກາງ​ສະພາກາ​ແດງຫວຽດນາມ ​ໄດ້​ສົ່ງ​ສິນຄ້າ, ​ເຄື່ອງ​ໃຊ້​ສອຍ​ຈຳ​ເປັນ​ທີ່​ມີ​ມູນ​ຄ່າ​ທັງ​ໝົດ 420 ລ້ານ​ດົ່ງ​ໃຫ້​ແກ່​ບັນດາ​ແຂວງ Thanh Hoa, Nghe An, Ha Tinh ຢ່າງ​ຮີບ​ດ່ວນ, ພ້ອມ​ກັນນັ້ນ, ສູນ​ກາງ​ສະພາກາ​ແດງຫວຽດນາມ ​ໄດ້​​ແຕ່ງຕັ້ງຄະນະ​ປະຕິບັດ​ງານ​​ລົງໄປ​​ສຳ​ຫຼວດ, ຕີ​ລາຄາ​ສະພາບ​ເສຍ​ຫາຍ​ຢູ່​ທ້ອງ​ຖິ່ນ​ຕ່າງໆ.

   ປະຈຸ​ບັນ, ສະພາບ​ຝົນຕົກ​ນ້ຳຖ້ວມ​ຢູ່​ບັນດາ​ແຂວງທາງ​ທິດ​ເໜືອ​ຂອງ​ພາກ​ກາງ​ຫວຽດນາມ ຍັງ​ມີ​ການ​ຜັນ​ແປ່​ຢ່າງ​ສັບສົນ. ຢູ່​ແຂວງ Thanh Hoa, ຝົນຕົກ​ນ້ຳຖ້ວມ​ໄດ້​ເຮັດ​ໃຫ້ 9 ຄົນ​ເສຍ​ຊີວິດ ​ແລະ 2 ຄົນ​ຖືກ​ຫາຍ​ສາບ​ສູນ, ​ເນື້ອ​ທີ່​ດິນ​ປູກ​ຝັງ​ຫຼາຍ​ແຮັກ​ຕາ ​ແລະ ​ເຮືອນ​ຊານ​ຂອງ​ປະຊາຊົນ​ຖືກ​ນ້ຳຖ້ວມ. ຄາດ​ວ່າຄວາມ​​ເສຍ​ຫາຍ​ປະມານ 637 ຕື້​ດົ່ງ. ກ່າວ​ຄຳ​ເຫັນ​ກັບ​ການ​ນຳ​ແຂວງ, ທ່ານ Hoang Van Thang ຮອງລັດຖະມົນຕີ​ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ ຊື່​ງພວມ​ມີໜ້າ​ຢູ່ແຂວງ Thanh Hoa ​ເພື່ອ​ກວດກາ ​ແລະ ຊີ້​ນຳ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ຝົນຕົກ​ນ້ຳຖ້ວມ​ເນັ້ນໜັກ​ວ່າ:

   “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ມີ​ການ​ແກ້​ໄຂຢ່າງ​ຮີບ​ດ່ວນສຳລັບ​ລະບົບຄັນ​ຄູ​ຕອນ​ຖືກ​ພັງ​ເຈື່ອນ ​ແລະ ຖືກ​ນ້ຳເສາະ​ເຈື່ອນ, ພວກ​ເຮົາ​ຕ້ອງ​ກວດກາ​ຢູ່​ລຽບ​ຕາມ​ລະບົບ​ຄັນ​ຄູ, ກົມ​ຮັບຜິດຊອບ​ວຽກ​ງານຄັນ​ຄູ​ຕ້ອງ​ສົ່ງ​ຜູ້​ຊ່ຽວຊານ​ມາ​ເພື່ອ​ພ້ອມ​ກັບ​ແຂວງ​ໃຫ້​ຂໍ້​ສັງ​ເກດ​ຕີ​ລາຄາກ່ຽວ​ກັບ​ແມ່ນ້ຳ Chu ​ແລະ ສະ​ເໜີ​ໃຫ້​ແຂວງ ​ດຳ​ເນີນ​ການກວດກາ​ຄືນ​ແຜນ​ຮ່າງ​ຕີ​ລາຄາ​ສະພາບ​ນ້ຳເສາະ​ເຈື່ອນ​ຢູ່ແມ່ນ້ຳ Chu, ​ແມ່ນ້ຳ Ma“

   ​ໃນ​ຂະນະ​ນັ້ນ, ຢູ່​ເມືອງ Yen Thanh, ຊື່​ງ​ແມ່ນ 1 ​ໃນ​ບັນດາ​ເມືອງ​ຂອງ​ແຂວງ Nghe An ໄດ້​ຮັບ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ຈາກຝົນຕົກ​ນ້ຳຖ້ວມ​ຫ່ວາງ​ແລ້ວ​ນີ້​ຍັງ​ມີ 11 ຕາ​ແສງ​ຖືກ​ນ້ຳຖ້ວມ. ທ່ານ Nguyen Sy Hung ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ Yen Thanh ​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້າພວມກວດກາ​ລະບົບ​ຄົມມະນາຄົມ​ທັງ​ໝົດ, ບ່ອນ​ໃດ​ຖືກ​ເປ​ເພ​ຈະ​ລະດົມ​ປະຊາຊົນ​ມາ​ສ້າງ​ໜ້າ​ພຽງ ຕິດ​ປ້າຍ​ປະກາດ ​ເພື່ອ​​ໃຫ້ການ​ຈະລາ​ຈອນ​ເປັນ​ປົກກະຕິ“.

ຂ່າວ/ບົດ​ອື່ນ