ໜູນ​ຊ່ວຍ​ພາກ​ເອ​ກະ​ຊົນ​ເພີ່ມ​ທະ​ວີ​ກຳ​ລັງ​ແກ້ງ​ແຍ້ງ

(VOVWORLD) - ຕອນບ່າຍວັນທີ 18 ມັງກອນ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ສົມທົບກັບອົງການພັດທະນາສາກົນ ອາເມລິກາ (USAID) ເລີ່ມດຳເນີນໂຄງການເພີ່ມທະວີກຳລັງຄວາມສາມາດແກ້ງແຍ້ງຂອງພາກເອກະຊົນ ຫວຽດນາມ (IPSC). ໂຄງການດັ່ງກ່າວມີເງິນຊ່ວຍເຫຼືອທັງໝົດ 36 ລ້ານ USD ແລະ ໄດ້ຮັບການປະຕິບັດໃນໄລຍະ 5 ປີ. 
ໜູນ​ຊ່ວຍ​ພາກ​ເອ​ກະ​ຊົນ​ເພີ່ມ​ທະ​ວີ​ກຳ​ລັງ​ແກ້ງ​ແຍ້ງ - ảnh 1ພິທີເລີ່ມດຳເນີນໂຄງການເພີ່ມທະວີກຳລັງຄວາມສາມາດແກ້ງແຍ້ງຂອງພາກເອກະຊົນ ຫວຽດນາມ (ພາບ:  TTXVN)

 ທ່ານ ເລແມ້ງຮຸ່ງ, ຫົວໜ້າກົມພັດທະນາວິສາຫະກິດ (ກະຊວງແຜນການ ແລະ ການລົງທຶນ), ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຕີລາຄາສູງໂຄງການເພີ່ມທະວີກຳລັງແກ້ງແຍ້ງໃຫ້ແກ່ເຂດເສດຖະກິດພາກເອກະຊົນ. ພວກຂ້າພະເຈົ້າຢາກປະຕິບັດໄດ້ 4 ເປົ້າໝາຍໃຫຍ່. ທີໜຶ່ງແມ່ນ ເພີ່ມທະວີກຳລັງຄວາມສາມາດໃນການຄຸ້ມຄອງບໍລິຫານຍຸດທະສາດໃຫ້ແກ່ບັນດາວິສາຫະກິດທີ່ພວມເຕີບໂຕ. ທີສອງແມ່ນຍົກສູງປະສິດທິຜົນ ແລະ ເພີ່ມສະມັດຕະພາບໃຫ້ແກ່ບັນດາວິສາຫະກິດເຫຼົ່ານີ້ ຜ່ານການຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ວິທະສາດເຕັກໂນໂລຢີ, ສົ່ງເສີມຮູບແບບດຳເນີນທຸລະກິດແບບຍືນຍົງ. ທີສາມແມ່ນສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດພັດທະນາ ແລະ ສຸດທ້າຍແມ່ນ ຊຸກຍູ້ການຮ່ວມສຳພັນວິສາຫະກິດລະຫວ່າງຂະແໜງການຕ່າງໆ”.

        ເປົ້າໝາຍຂອງໂຄງການແມ່ນສະໜອງເຕັກນິກ ແລະ ເງິນທຶນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ທີ່ພວມເຕີບໂຕ 5.000 ແຫ່ງ, ເພື່ອຊ່ວຍເຂົາເຈົ້າຍົກສູງສະມັດຕະພາບ; ໜູນຊ່ວຍວິສາຫະກິດ 240 ແຫ່ງເຂົ້າຮ່ວມຕະຫຼາດພາກພື້ນ ແລະ ສາກົນ, ກຳນົດຜົນສຳເລັດຂອງຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ