ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ ພັດ​ທະ​ນາ​ລະ​ບົບ​ນິ​ເວດ ກະ​ສິ​ກຳ​​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ

(VOVWORLD) -ຕອນບ່າຍວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ວາລະສານເວທີປາໄສວິສາຫະກິດຈັດເວທີປາໄສ “ພັດທະນາລະບົບນິເວດ: ໜູນຊ່ວຍວິສາຫະກິດກະສິກຳນຳໃຊ້ເຕັກໂນໂລຢີສູງ”.

ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ ພັດ​ທະ​ນາ​ລະ​ບົບ​ນິ​ເວດ ກະ​ສິ​ກຳ​​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ - ảnh 1ເວທີປາໄສ “ພັດທະນາລະບົບນິເວດ: ໜູນຊ່ວຍວິສາຫະກິດກະສິກຳນຳໃຊ້ເຕັກໂນໂລຢີສູງ”

(ພາບ: BNEWS) 

ຫວຽດນາມມີຄວາມສາມາດບົ່ມຊ້ອນໃນການພັດທະນາລະບົບນິເວດກະສິກຳນຳໃຊ້ເຕັກໂນໂລຢີສູງ. ເຖິງຢ່າງໃດກໍ່ຕາມ, ການນຳໃຊ້ເຕັກໂນໂລຢີສູງເຂົ້າການໃນພັດທະນາກະສິກຳກໍ່ຍັງບໍ່ທັນໄດ້ຮັບການຍູ້ແຮງຢ່າງເຖິງຖອງເທື່ອ.

        ມີນັກຊ່ຽວຊານເສດຖະກິດຫຼາຍຄົນ ແລະ ຜູ້ຕາງໜ້າບັນດາສະຫະສະມາຄົມຖືວ່າ ຄວນສືບຕໍ່ສຸມໃສ່ການສ້າງພື້ນຖານໂຄງລ່າງ Logictis ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລ, ສ້າງສູນການຄ້າພື່ອເປັນບ່ອນເຕົ້າໂຮມບັນດາບໍລິສັດສະໜອງການບໍລິການ Logistic, ທ່າກ່ຳປັ່ນ ແລະ ບັນດາອົງການລົງເລິກຂະແໜງການ. ນອກຈາກນັ້ນ, ຕ້ອງເພີ່ມທະວີການລົງທຶນເຂົ້າການຄົ້ນຄ້ວາເພື່ອຊ່ວຍໃຫ້ຊາວກະສິກອນຊອກຫາວິທີການແກ້ໄຂການເຊື່ອມຕໍ່ໃຫ້ກວ້າງຂວາງກ່ວາອີກ ເພື່ອບໍ່ພຽງແຕ່ໄດ້ຮັບຜົນດີ ແລະ ມີລາຄາສູງເທົ່ານັ້ນ ຫາກຍັງ ສົ່ງອອກຜະລິດຕະພັນກະເສດທີ່ມີຄຸນນະພາບສູງໄປຍັງຕະຫຼາດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ