ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫວຽດ​ນາມ ສຳ​ຜັດ​ກັບ​ຕະຫຼາດ​ເອີ​ຣົບ

(VOVWORLD) -ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 15 ຂອງ ອີຢູ ແລະ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ອີຢູ ໃນກຸ່ມ ອາຊຽນ. 
ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫວຽດ​ນາມ ສຳ​ຜັດ​ກັບ​ຕະຫຼາດ​ເອີ​ຣົບ - ảnh 1 ພິທີສົ່ງອອກກາເຟງວດທຳອິດ ໄປຍັງ ເອີີຣົບ (ພາບ: TTXVN)

ເອີຣົບ ພວມແມ່ນຕະຫຼາດສົ່ງອອກທີ່ມີຂອບຂະໜາດໃຫຍ່, ຍັງມີຄວາມບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມອັດຕາຜະລິດຕະພັນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ທີ່ນີ້, ພິເສດແມ່ນປະເພດເຄື່ອງຕ່ຳແຜ່ນຕັດຫຍິບ, ສິນໃນນ້ຳ, ຜະລິດຕະພັນໄມ້ ແລະ ຜະລິດຕະພັນປຸງແຕ່ງຈາກໄມ້. ເຖິງຢ່າງໃດ, ເພື່ອສາມາດສຳຜັດ ແລະ ຂຸດຄົ້ນໄດ້ຕະຫຼາດດັ່ງກ່າວຢ່າງມີປະສິດທິຜົນ, ບັນດາວິສາຫະກິດ ຫວຽດນາມ ຄວນກຳແໜ້ນບັນດາມາດຕະຖານດ້ານຄຸນນະພາບ, ເຕັກນິກ ກໍຄື ຕອບສະໜອງໄດ້ທ່າອ່ຽງບໍລິໂພກ. ນີ້ກໍແມ່ນເນື້ອໃນທີ່ບັນດານັກຊ່ຽວຊານໄດ້ນຳມາໄຈ້ແຍກທີ່ກອງປະຊຸມສຳມະນາແບບທາງໄກ ດ້ວຍຫົວຂໍ້ “ສຳຜັດກັບຕະຫຼາດເອີຣົບ” ໂດຍສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຝລັ່ງ ປະຈຳ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 7 ກໍລະກົດ.

        ທ່ານ Adam Koulakseziam, ຜູ້ອຳນວຍການຫ້ອງການການຄ້າ ແລະ ອຸດສາຫະກຳ ຝລັ່ງ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 15 ຂອງ ອີຢູ ແລະ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ອີຢູ ໃນກຸ່ມ ອາຊຽນ. ເລື່ອງສັນຍາການຄ້າ EVFTA ມີຜົນສັກສິດນັບແຕ່ເດືອນ ສິງຫາ ປີ 2020 ນັ້ນ ໄດ້ຍົກເວັ້ນພາສີອາກອນສຳລັບຜະລິດຕະພັນສົ່ງອອກຫຼາຍຊະນິດຂອງ ຫວຽດນາມ ແລະ ອີຢູ, ອັນໄດ້ສ້າງກຳລັງໜູນຊຸກຍູ້ການເພີ່ມທະວີການຄ້າສອງຝ່າຍ. ການເຄື່ອນໄຫວນຳເຂົ້າ - ສົ່ງອອກພວມຢູ່ໃນທ່າພັດທະນາ ແລະ ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ມີການເຕີບໂຕໃນໄລຍະຈະມາເຖິງ ແລະ ແມ່ນໂອກາດອັນໃຫຍ່ຫຼວງໃຫ້ແກ່ຫຼາຍຂະແໜງສົ່ງອອກຂອງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ