ໜູນຊ່ວຍວິສາຫະກິດຂະໜາດກາງແລະນ້ອຍ-ປະສົບການສາກົນແລະບົດຮຽນສຳລັບຫວຽດນາມ

ໜູນຊ່ວຍວິສາຫະກິດຂະໜາດກາງແລະນ້ອຍ-ປະສົບການສາກົນແລະບົດຮຽນສຳລັບຫວຽດນາມ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ ໄດ້ຈັດຕັ້ງໃນວັນທີ 8/7

(vovworld) - ຕາມ​ກົມ​ພັດທະນາ​ວິ​ສາ​ຫະກິດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍກວມ​ກວ່າ 97% ຈຳນວນ​ວິ​ສາ​ຫະກິດ​ຈົດ​ທີ່ທະບຽນ​ ​ແລະ ສ້າງ​ຕັ້ງຢູ່​ຫວຽດນາມ, ມີ​ບົດບາດ​ສຳຄັນ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ຜູ້​ອອກ​ແຮງ​ງານ, ລະດົມ​ທຸກ​ແຫຼ່ງກຳລັງ​ໃນ​ສັງຄົມ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ, ປະກອບສ່ວນ​ເຂົ້າ​ງົບປະມານ​​ແຫ່ງ​ລັດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍ້ອນ​ປະສິດທິ​ຜົນ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍໜູນ​ຊ່ວຍ​ຍັງ​ຕຳ່, ດັ່ງ​ນັ້ນ, ​ອັດຕາ​ສ່ວນ ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ເຂົ້າ​ຮ່ວມ ​ແລະ ຊົມ​ໃຊ້​ບັນດາ​ໂຄງການ​ໜູນ​ຊ່ວຍ​ຍັງ​ຖືກ​ຈຳກັດ​ຢູ່. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ກົດໝາຍ​ວ່າ​ດ້ວຍ​ການໜູນ​ຊ່ວຍ ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ  - ປະສົບ​ການ​ສາກົນ ​ແລະ ບົດຮຽນ​ສຳລັບ​ຫວຽດນາມ“, ​ໂດຍ​ກະຊວງ​ແຜນການ ​ແລະ ການລົງທຶນ​ຈັດ​ຕັ້ງ​ໃນ​ວັນ​ທີ 8/7, ຢູ່​ຮ່າ​ໂນ້ຍ, ທ່ານ ​ໂຮ​ສີ​ຮຸ່ງ. ຫົວໜ​້າກົມ​ພັດທະນາ​ວິ​ສາ​ຫະກິດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ເວົ້າ​ວ່າ:

“ວິທີ​ຮັບ​ຮູ້​ກ່ຽວ​ກັບ ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ​ຂອງ​ຍີ່ປຸ່ນ ​ແລະ ສ​ເກົາຫຼີ​ມີ​ການ​ປ່ຽນ​ແປງ​ຕາມ​ແຕ່ລະ​ໄລຍະ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ  ນັບ​ມື້​ນັບ​ສຳຄັນ​ໃນ​ຊີວິດ​ທາງ​ດ້ານ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ; ຈາກ​ນັ້ນ​ຈະມີ​ບັນດານ​ະ​ໂຍບາຍ​ທີ່​ເໝາະ​ສົມ​ເພື່ອ​ໜູນ​ຊ່ວຍ​ບັນດາ ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ . ຂ້າພະ​ເຈົ້າ​ຄິດ​ວ່າ​ນີ້​ແມ່ນ​ບົດຮຽນ​ທີ່​ດີ​ໃຫ້​ຫວຽດນາມ. ປະຈຸ​ບັນ, ຖ້າ​ຫາກ​ພວກ​​ເຮົາມີ​ກົດໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ  ຈະ​ແມ່ນ​ເຄື່ອງມື, ມາດ​ຕະການ​ແກ້​ໄຂ​ດ້ານ​ກົດໝາຍ​ຢ່າງ​​ແຮງ ​ເພື່ອ​ໃຫ້​ບັນດາ​ອົງການ​ແຫ່ງ​ລັດ​ກໍ່​ຄື​ທ້ອງ​ຖີ່​ນ ສະຫງວນ​ແຫຼ່ງກຳລັງ​ຢ່າງ​ແຮງ ​ແລະ ພັດທະນາ​ການ​ເຄື່ອນ​ໄຫວ​ຢ່າງ​ເດັດຂາດ​ກວ່າ​ເພື່ອ​ໜູນ​ຊ່ວຍ ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ “

ຂ່າວ/ບົດ​ອື່ນ