ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​​ພາກເອ​ກະ​ຊົນ 10.000 ແຫ່ງ​ດຳ​ເນີນ​ທຸ​ລະ​ກິດ​ແບບ​ຍືນ​ຍົງ

(VOVWORLD) -   ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ຫາກໍເຊັນຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານ “ໂຄງການໜູນຊ່ວຍວິສາຫະກິດພາກເອກະຊົນດຳເນີນທຸລະກິດແບບຍືນຍົງ ໄລຍະ 2022 – 2025”.
ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​​ພາກເອ​ກະ​ຊົນ 10.000  ແຫ່ງ​ດຳ​ເນີນ​ທຸ​ລະ​ກິດ​ແບບ​ຍືນ​ຍົງ - ảnh 1(ພາບປະກອບ: vnbusiness.vn)

ໂຄງການດັ່ງກ່າວສູ້ຊົນຮອດປີ 2025, ຍົກສູງຄວາມຮັບຮູ້ຂອງປະຊາຄົມວິສາຫະກິດພາກເອກະຊົນ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງການດຳເນີນທຸລະກິດແບບຍືນຍົງ; ໜູນຊ່ວຍວິສາຫະກິດພາກເອກະຊົນປະມານ 10.000 ແຫ່ງດຳເນີນທຸລະກິດແບບຍືນຍົງ; ປະກອບສ່ວນບັນລຸລະດັບປະຢັດພະລັງງານ 5 – 7% ຍອດປະລິມານພະລັງງານນຳໃຊ້ໃນທົ່ວປະເທດ; ເພີ່ມສະມັດຕະພາບແຮງງານສະເລ່ຍປະມານ 7% ຕໍ່ປີ. ພ້ອມດຽວກັນນັ້ນ ສ້າງຖານຂໍ້ມູນ ແລະ ພັດທະນາລະບົບຊີວະພາບໜູນຊ່ວຍວິສາຫະກິດດຳເນີນທຸລະກິດແບບຍືນຍົງ…

        ໂຄງການດັ່ງກ່າວຖືກຜັນຂະຫຍາຍໃນຂອບເຂດທົ່ວປະເທດໃນໄລຍະແຕ່ປີ 2022 ຮອດປີ 2025. ໂຄງການຈະຜັນຂະຫຍາຍປະຕິບັດ 3 ການເຄື່ອນໄຫວຕົ້ນຕໍ: ພັດທະນາລະບົບຊີວະພາບໜູນຊ່ວຍການດຳເນີນທຸລະກິດແບບຍືນຍົງ; ໜູນຊ່ວຍບັນດາວິສາຫະກິດດຳເນີນທຸລະກິດແບບຍືນຍົງ; ການເຄື່ອນໄຫວຄຸ້ມຄອງໂຄງການ.

        

ຕອບກັບ

ຂ່າວ/ບົດ​ອື່ນ