ໝົດ​ເດືອນ​ກັນ​ຍາ, ຫວຽດ​ນາມ ມີ ​ການ​ຄ້າເກີນ​ດຸນ​ບັນ​ລຸ​ເກືອບ 22 ຕື້ USD

(VOVWORLD) - ໃນວັນທີ 11 ຕຸລາ, ຕາມຂໍ້ມູນສະຖິຕິໂດຍກົມໃຫຍ່ພາສີ ປະກາດແລ້ວ, ໝົດເດືອນກັນຍາ, ວົງການການນຳເຂົ້າສົ່ງອອກຂອງ ຫວຽດນາມ ບັນລຸ 496,3 ຕື້ USD, ການຄ້າເກີນດຸນບັນລຸເກືອບ 22 ຕື້ USD.
ໝົດ​ເດືອນ​ກັນ​ຍາ, ຫວຽດ​ນາມ ມີ ​ການ​ຄ້າເກີນ​ດຸນ​ບັນ​ລຸ​ເກືອບ 22 ຕື້ USD - ảnh 1ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ວົງເງິນການສົ່ງອອກສິນຄ້າ ຄ່ອຍໆໄດ້ຮັບການປັບປຸງ ຜ່ານແຕ່ລະໄຕມາດ. ສິ່ງນີ້ສະແດງໃຫ້ເຫັນຄວາມຕ້ອງການຂອງໂລກທີ່ພວມມີສັນຍານການຟື້ນຟູ, ວິສາຫະກິດ ຫວຽດນາມ ເລີ່ມມີທ່າອ່ຽງນຳເຂົ້າຫຼາຍກ່ວາອີກ, ຈາກນັ້ນກໍ່ສ້າງທ່ວງທ່າໃຫ້ແກ່ ການສົ່ງອອກຂອງ ຫວຽດນາມ ບັນລຸການເຕີບໂຕດີພໍສົມຄວນໃນຊຸມເດືອນທ້າຍປີ 2023. ໃນໄລຍະຈະມາເຖິງ, ເພື່ອເພີ່ມທະວີວົງເງິນການສົ່ງອອກນຳເຂົ້າ, ກະຊວງອຸດສາຫະກຳ ການຄ້າ ຈະໜູນຊ່ວຍວິສາຫະກິດຍາດແຍ່ງບັນດາຄຳໝັ້ນສັນຍາໃນບັນດາສັນຍາການຄ້າເສລີ, ຍູ້ແຮງການເຈລະຈາ, ເຊັນບັນດາສັນຍາ, ຄຳໝັ້ນສັນຍາ, ຮ່ວມສຳພັນການຄ້າໃໝ່ ກັບບັນດາຄູ່ຮ່ວມມືທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບແບບ.

ຕອບກັບ

ຂ່າວ/ບົດ​ອື່ນ