ໝູນ​ໃຊ້​​ພາບ​ຖ່າຍ​ຂອງ ດາວ​ທຽມ VNREDSat – 1 ເຂົ້າໃນ​ການ​ເກັບ​ກຳ​ຂໍ້​ມູນ​ຂອງ ທາດ ແລະ ວັດ​ຖຸທີ່​ລອຍ​ຢູ່​ເຂດ​ນ້ຳ​ແຄມ​​ທະ​ເລ​​ຂອງ ຫວຽດ​ນາມ

(VOVWORLD) -ຕອນຄ່ຳວັນທີ 5 ຕຸລາ,  ພະແນກຈັກກະວານ ແລະ            ໂປແກຼມ ສັງກັດມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຢີ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ “ໝູນໃຊ້ພາບຖ່າຍຂອງດາວທຽວ VNREDSat – 1  ເຂົ້າໃນການເກັບກຳຂໍ້ມູນຂອງທາດ ແລະ ວັດຖຸລອຍຢູ່ເຂດນ້ຳແຄມທະເລຂອງທະເລ ຫວຽດນາມ”.

ໝູນ​ໃຊ້​​ພາບ​ຖ່າຍ​ຂອງ ດາວ​ທຽມ VNREDSat – 1 ເຂົ້າໃນ​ການ​ເກັບ​ກຳ​ຂໍ້​ມູນ​ຂອງ ທາດ ແລະ ວັດ​ຖຸທີ່​ລອຍ​ຢູ່​ເຂດ​ນ້ຳ​ແຄມ​​ທະ​ເລ​​ຂອງ ຫວຽດ​ນາມ - ảnh 1ລະດັບນ້ຳ ຂອງ ແມ່ນ້ຳແດງ ຢູ່ແຂວງ ຮຶງອຽນ ໃນວັນທີ 21 ສິງຫາ 2020(ພາບ: TTXVN)

ທີ່ກອງປະຊຸມສຳມະນາ, ກຸ່ມນັກຄົ້ນຄວ້າ ໄດ້ປະກາດການຜັນຂະຫຍາຍຜົນສຳເລັດຂອງການຄົ້ນຄວ້າສູດການຄິດໄລ່ໃນການແກ້ໄຂພາບຖ່າຍຂອງດາວທຽມ  VNREDSat – 1  ໃນການເກັບກຳຂໍ້ມູນຂອງທາດ ແລະ ວັດຖຸທີ່ລອຍຢູ່ເຂດນ້ຳແຄມທະເລ ຂອງ ຫວຽດນາມ ເຊິ່ງຊ່ວຍໃຫ້ບັນດານັກວິທະຍາສາດ, ນັກຄຸ້ມຄອງຮັບຮູ້ເຖິງໄດ້ສະພາບແວດລ້ອມຂອງເຂດທະເລ ຈາກນັ້ນ ສາມາດຕີລາຄາກ່ຽວກັບສະພາບແວດລ້ອມທະເລ ໄດ້ຢ່າງຊັດເຈນ ແລະ ຄິດໄລ່ໄດ້ລະດັບຄວາມເຊາະເຈື່ອນຂອງປາກນ້ຳ, ບັນດາປັດໄຈທີ່ສົ່ງຜົນສະທ້ອນຕໍ່ການຖົມດິນຢູ່ແຄມຝັ່ງທະເລ ແລ້ວມີການພະຍາກອນກ່ຽວກັບສະພາບການໃນອະນາຄົດໄດ້ຢ່າງຊັດເຈນກວ່າ. ການຄົ້ນຄວ້າດັ່ງກ່າວ ຊ່ວຍຍົກອອກບັນດາວິທີການແກ້ໄຂ, ການປົກປັກຮັກສາທີ່ເໝາະສົມ, ປະກອບສ່ວນປ້ອງກັນ, ຕ້ານ ແລະ ຫຼຸດລະດັບການເກີດໄພທຳມະຊາດລົງ, ກວດກາສຳຫຼວດຊັບພະຍາກອນທຳມະຊາດຢູ່ທະເລ, ພິເສດແມ່ນເຂດແຄມທະເລ ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ