ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -    ໂດຍສືບຕໍ່ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດຊຸດທີ XV, ຕອນເຊົ້າວັນທີ 7 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5, ໄດ້ດຳເນີນວາລະຊັກຖາມທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮວິ່ງແທ່ງດາດ. ບັນດາບັນຫາທີ່ຖືກຊັກຖາມນັ້ນ ແມ່ນປິ່ນອ້ອມມາດຕະການແກ້ໄຂດ້ານຸເຕັກໂນໂລຢີ ຢ່າງກະໂດດຂັ້ນ, ການພັດທະນາຂອງຕະຫຼາດເຕັກໂນໂລຢີ ຫວຽດນາມ.
ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ XV (ພາບ: TTXVN)

ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮວິ່ງແທັ່ງດາດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ມີຫຼາຍເຕັກໂນໂລຢີໃໝ່ທີ່ກ້າວໜ້າ ໄດ້ໝູນໃຊ້ ແລະ ນໍາມາເຊິ່ງປະສິດທິຜົນໃນຂະແໜງສາທາລະນະສຸກ, ໂທລະຄົມມະນາຄົມ, ຄົມມະນາຄົມ. ບາງຂະແໜງມີກຳລັງແກ້ງແຍ້ງສາກົນ ແລະ ເຂົ້າຮ່ວມລະບົບມູນຄ່າການຜະລິດໄດ້ຢ່າງເລິກເຊິ່ງ, ບັນດາຜະລິດຕະພັນມີທ່າໄດ້ປຽບໃນການແກ້ງແຍ້ງ.

        ເພື່ອເສີມຂະຫຍາຍໄດ້ທ່າໄດ້ປຽບດັ່ງກ່າວ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ມີມາດຕະການເພື່ອດຶງດູດແຫຼ່ງກຳລັງໃນການປະຕິບັດໜ້າທີ່ວິທະຍາສາດ ແລະ ເຕັກໂນໂລຢີຕື່ມອີກ. ນອກຈາກນັ້ນ, ທາງກະຊວງກໍຈະສະເໜີຕໍ່ນາຍົກລັດຖະມົນຕີດັດປັບກົນໄກ, ນະໂຍບາຍ, ຂໍ້ກຳນົດຕ່າງໆໃຫ້ເໝາະສົມກັບສະພາບການຕົວຈິງ, ຊຸກຍູ້ໂຄງການຊອກຫາ, ຖ່າຍທອດ, ເປັນເຈົ້າການ, ພັດທະນາເຕັກໂນໂລຢີຕ່າງປະເທດເຂົ້າມາ ຫວຽດນາມ.

        ຢາກກ້າວກະໂດດຂັ້ນໃນການພັດທະນາວິທະຍາສາດເຕັກໂນໂລຢີ, ຕາມທ່ານລັດຖະມົນຕີແລ້ວ, ໜຶ່ງໃນບັນດາປັດໄຈແກ່ນສານ ແມ່ນ ຕ້ອງດຶງດູດໄດ້ຜູ້ມີຄວາມເກັ່ງກ້າສາມາດ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍຕ້ອງຍູ້ແຮງການສ້າງສະພາບແວດລ້ອມປະດິດຄິດສ້າງວິທະຍາສາດ.

        “ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ສ້າງສຳເລັດແຜນຮ່າງສ້າງຕັ້ງສູນໜູນຊ່ວຍການເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດ ຢູ່ 3 ນະຄອນ ຮ່າໂນ້ຍ, ດ່າໜັງ, ນະຄອນ ໂຮ່ຈີມິນ, ຄາດວ່າ ໃນເດືອນ ມິຖຸນາ ຫຼື ຕົ້ນເດືອນ ກໍລະກົດນີ້ ຈະປະກາດບັນດາຂໍ້ຕົກລົງວ່າດ້ວຍການສ້າງຕັ້ງບັນດາສູນດັ່ງກ່າວ”.

ຕອບກັບ

ຂ່າວ/ບົດ​ອື່ນ