ໝູ່ບ້ານຜັກຈາເກວ໋(ໂຫ້ຍອານ)ແມ່ນໜຶ່ງໃນສະຖານທີ່ທ່ອງທ່ຽວດຶງດູດ10ແຫ່ງ

ໝູ່ບ້ານຜັກຈາເກວ໋(ໂຫ້ຍອານ)ແມ່ນໜຶ່ງໃນສະຖານທີ່ທ່ອງທ່ຽວດຶງດູດ10ແຫ່ງ - ảnh 1
ນັກທ່ອງທ່ຽນເຂົ້າຮ່ວມການປູກ​ຜັກຢູ່ໝູ່​ບ່ານ ຈາ​ເກ​ວ໋
(ພາບ: hoianworldheritage.org.vn)

(vovworld) - ​ ​ ຫວ່າງ​ແລ້ວ​ນີ້, ​ໜັງສືພິມ Le Figaro ຂອງ ຝະລັ່ງ​ໄດ້​ຈັດໝູ່​ບ່ານ ຈາ​ເກ​ວ໋ ຢູ່ ​ໂຫ້​ຍອານ ​ແຂວງ ກວາງນາມ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ ສະຖານ​ທີ່​ທ່ອງ​ທ່ຽວ 10 ​ແຫ່ງ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຫວຽດນາມ. ຕາມ​ການ​ແນະນຳ​ຂອງ ໜັງສືພິມ​ດັ່ງກ່າວ​ແລ້ວ, ຈ່າ​ເກ​ວ໋ ​ແມ່ນ​ໝູ່​ບ້ານ​ປູກ​ຜັກ​ທີ່​ຕັ້ງ​ຢູ່​ຫ່າງ​ຈາກ ​ໂຫ້​ຍອານ ​ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ 3 ກມ ​ແລະ​ໄດ້​ມີ​ມາ​ກ່ອນ​ນີ້ 300 ປີ. ຢູ່​ທີ່​ນີ້​ນັກ​ທ່ອງ​ທ່ຽວ​ສາກົນ​ສາມາດ​ຖີບ​ລົດ​ໄປ​ທ່ອງ​ທ່ຽວ​ຄື​ຊາວ​ຫວຽດນາມ ​ໄດ້. ພ້ອມ​ກັບ​ໝູ່​ບ້ານ​ປູກ​ຜັກ ຈ່າ​​ເກ​ວ໋ ຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ດືງດູດ​ຕື່ມ​ອີກ 9 ​ແຫ່ງ. ຍ້ອນ​ເຫດ​ນັ້ນ, ໝູ່​ບ້ານ​ປູກ​ຜັກ ຈ່າ​ເກ​ວ໋ ​ໄດ້​ປະກອບສ່ວນ​ສ້າງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ໝູ່​ບ້ານ​ອາຊີບ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢາມ​ຫຼາຍ​ຄົນ, ສ້າງ​ລາຍ​ຮັບ​ສູງ​ໃຫ້​ແກ່​ປະຊາຊົນ.

 

ຂ່າວ/ບົດ​ອື່ນ