ໝູ່ບ້ານເຄື່ອງປັ້ນດິນເຜົາເຄືອບ ບາດຈາງ ນຳໃຊ້ເຕັກໂນໂລຢີ ປະຢັດພະລັງງານໃໝ່

   

  ໝູ່ບ້ານເຄື່ອງປັ້ນດິນເຜົາເຄືອບ ບາດຈາງ ນຳໃຊ້ເຕັກໂນໂລຢີ ປະຢັດພະລັງງານໃໝ່ - ảnh 1

   ການ​ຍົກ​ສູງຄວາມສາມາດແກ່ງແຍ້ງໃນໄລຍະເຊື່ອມໂຍງເຂົ້າກັບເສດຖະກິດ ສາ ກົນ ​ແມ່ນ​ສິ່ງ​ທ້າ​ທາຍ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ. ຊຸມ​ປີ​ມໍ່ໆ​ມາ​ນີ້, ໝູ່​ບ້ານ​ເຄື່ອງ​ປັ້ນດິນ​ເຜົາ ບາດ​ຈາງ​ໄດ້​ຫັນປ່ຽນ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເຕົາ​ເຜົາ​ໃຊ້​​ແກັດ, ອັນ​ໄດ້​ຊ່ວຍ​ປະຢັດ​ພະລັງງານ, ​ເພີ່ມ​ສະມັດ​ຕະພາບ, ຍົກ​ສູ​ງຄຸນນະພາ​ບ, ຫຼຸດຜ່ອນ​ລາ​ຄ່າ ຜະລິ​ດຕະພັນ ​ແລະ ຫຼຸດຜ່ອນ​ມົນ​ລະ​ຜິດ​ສິ່ງ​ແວ​ດລ້ອມ
    ຖ້າ​ມີ​ໂອກາດ​ມາ​ຢ້ຽ​ມຢາມ ໝູ່​ບ້ານ​ເຄື່ອງ​ປັ້ນດິນ​ເຜົາ ບາດ​ຈາງ ທີ່​ເມືອງ ຢາ​ເລີມ ຮ່າ​ໂນ້ຍ, ​ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຫັນ ບັນຍາກາດທີ່​ສະຫງົບ​ງຽບ​ດ້ວຍ​ອາກາດ​ປອດ​ໂປ່​ງຢູ່​ທຸກ​ຫົນ​ແຫ່ງ. ຕາມ​ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ໃນໝູ່​ບ້ານ​ແລ້ວ, ກ່ອນ​ນີ້ ໝູ່​ບ້ານ​ອາຊີບ ບາດ​ຈ່າງຖືກ​ມົນ​ລະ​ຜິດ​ຢ່າງ​ໜັກ ຍ້ອນ​ກິ່ນ​ຖ່ານ​ຈາກ​ເຕົາ​ເຜົາ​ນັບ​ຮ້ອຍ​ແຫ່ງ​ກຸ້ມ​ໄປ​ທົ່ວ. ອັດຕາ​ຄົນ​ເຈັບ​ຕິດພະຍາດ​ກ່ຽວ​ກັບ​ລະບົບ​ຫາຍ​ໃຈ​ ແລະ ຕາ​ແມ່ນ​ສູງ​ທີ່​ສຸດ. ມາ​ຮອດ​ປະຈຸ​ບັນ, ​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃຫ້​ກູ້​ຢືມ​ທຶນ ຈາກ​ໂຄງການ​ປັບປຸງ​ເຕົາ​ເຜົາ ​ໃຊ້​ແກັດ ​ໂດຍ​ປະຢັດ​ພະລັງງານ ຂອງ​ກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ ທີ່​ຂຶ້ນ​ກັບ​ອົງການ ສປຊ ​ເພື່ອ​ການ​ພັດທະນາ​ນັ້ນ, ປະຊາຊົນ​ໃນ​ໝູ່​ບ້ານ ​ໄດ້​ປ່ຽນ​ແປງ​ຈິນຕະນາການ​ໃນ​ການ​ຜະລິດ, ຫັນ​ມາ​ນຳ​ໃຊ້​ເຕັກ​ໂນ​​ໂລ​ຢີ​ໃໝ່. ສິ່ງ​ນີ້​ ໄດ້​​ເຮັດ​ໃຫ້ ​ໂສມ​ໜ້າ​ຂອງ ໝູ່​ບ້ານ​ເຄື່ອງ​ປັ້ນດິນ​ເຜົາ ບາດ​ຈາງ ປ່ຽນ​ແປງ​ໄປ, ຊີວິດ​ການ​ເປັນ​ຢູ່​ຂອງ ປະຊາຊົນຖືກ​ຍົກ​ສູງ​ຂຶ້ນ, ພິ​ເສດ​ ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ໝູ່​ບ້ານ​ໄດ້​ພັດທະນາ​ແບບ​ຍື່ນ​ຍົງ. ອ້າ​ຍ ຫງວຽນ​ວັນ​ເຫີບ ​ເຈົ້າ​ຂອງ​ຮາກ​ຖານ​ຜະລິດ ​ເຫີບ​ໝຸ່ຍ ໃຫ້​ຮູ້​ວ່າ :   “  ກ່ອນ​ນີ້, ​ເມື່ອ​ຍັງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເກົ່າ ຄື ​ເຕົາ​ເຜົາ​ໃຊ້​ຖ່ານ​ຫີນ​ນັ້ນ ​ໄດ້​ກໍ່​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ​ຫຼາຍ, ສິນຄ້າ​ບໍ່​ໄດ້​ຮັບປະກັນ. ນັບ​ແຕ່​ມື້​ຂ້າພະ​ເຈົ້າ​ຫັນ​ມາ​ນຳ​ໃຊ້ ​ເຕັກ​ໂນ​ໂລ​ຢີ​ໃໝ່​ນີ້ ກໍ່​ມີ​ຫຼາຍ​ຈຸດ​ດີ​ຄື ອາກາດ​ຖືກ​ຮັກສາ​ປອດ​ໂປ່​ງ, ​ເຮືອນ​ຊານ​ມີ​ຄວາມ​ສະອາດ, ສິນຄ້າ​ກໍ່​ໄດ້​ຮັບ​ການ​ຮັບປະກັນ, ສ່ວນ​ລາຍ​ຮັບ ກໍ່​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ ”.  ການ​ທີ່​ບັນດາ​ຮາກ​ຖານຜະລິດ​ເຄື່ອງ​ປັ້ນດິນ​ເຜົາ ບາດ​ຈາງ ກ້າຫານ​ຫັນ​ມາ​ຜະລິດ​ຜະລິດ​ຕະພັນ​ດ້ວຍ​ການ​ນຳໃຊ້​ເຕົາ​ເຜົາ​ໂດຍ​ໃຊ້​ແກັດ​ດ້ວຍ​ເຕັກ​ໂນ​ໂລ​ຢີປະ​ຢັດ​ພະລັງ ງານ​ກໍ່​ແມ່ນ​ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ ຂອງ​ບໍລິສັດ​ຫຸ້ນ​ສ່ວນ ອອກ​ແບບ ​ແລະ ຜະລິດ ​ເຄື່ອງ​ປັ້ນດິນ​ເຜົາ ບາດ​ຈາງ. ປີ 2006 ບໍລິ​ສັດ​ໄດ້​ອອກ​ແບບ​ຫ້ອງ​ອົບ​ຜະລິດ​ຕະພັນ​ເຄິ່ງສຳ​​ເລັດຮູບ​ ​ອັດຕະ​ໂນ​ມັດໂດຍ​ໃຊ້​ຄວາມ​ຮ້ອນ​ຂອງ​ຄວັນ​ຈາກ​ເຕົາ​ເຜົາ ອັນ​ໄດ້​ຫຼຸດຜ່ອນ​ຄ່າ​ໃຊ້​ຈາ​ຍ​ໃນ​ການ​ໃຊ້​ພະລັງງານ​ລົງ. ​ເມື​່ອນຳ​ໃຊ້​ເຕັກ​ໂນ​ໂລ​ຢີນີ້​ໃນ​ການ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ, ບັນດາ​ວິ​ສາ​ຫະກິດ​ສາມາດ​ຫຼຸດຜ່ອນ​ທາດ​ເສດ​ເຫຼືອ ທີ່​ກໍ່​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ​ລົງ 10 ​ເທົ່າ​ເມື່ອ​ທຽບ​ໃສ່​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເກົ່າ, ອັນ​​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າໃນ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ພ້ອມ​ກັນ​ນັ້ນ, ກໍ່​ຍັງ​ໃຫ້​ອັດຕາ​ຜະລິດ​ຕະພັນ​ສູງ, ຫຼຸດຜ່ອນ​ເວລາ​ທຳການ​ຜະລິດ​ລົງ ​ແລະ​ ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ອີກ​ດ້ວຍ. ທ່ານ ​ເລ​ດຶກ​ຈ້ອງ ຜູ້ອຳນວຍການ ບໍລິສັດ​ຫຸ້ນ​ສ່ວນ ອອກ​ແບບ ​ແລະ ຜະລິດ ​ເຄື່ອງ​ປັ້ນດິນ​ເຜົາ ບາດ​ຈາງ ​ໃຫ້​ຮູ້​ວ່າ :  “ ໃນ​ສົກ​ປີ 2011-2012 ພວກ​ຂ້າພະ​ເຈົ້າ​ໄດ້ອອກ​ແບບ​ເຕົາ​ເຜົາ​ປະຢັດ​ພະລັງງານ ທຳ​ອິດ ​ດ້ວຍການໃຊ້​ເຊື້ອ​ໄຟຫຼຸດ​ລົງ​ແຕ່ 35 ຫາ 40% ​ເມື່ອທຽບ​ໃສ່​​​ເຕັກ​ໂນ​ໂລ​ຢີນຳ​ເຂົ້າ​ຈາກ​ຕ່າງປະ​ເທດ. ​ເວລາ​ເຜົາກໍ່​ຫຼຸດ​ລົງ​ແຕ່ 20 ຫາ 25%. ຜະລິດ​ຕະພັນ​ໄດ້​ເພີ່ມ​ຂຶ້ນ​ຈາກ 70% ຂຶ້ນ​ເປັນ 98%. ຍ້ອນ​ເຫດ​ນີ້, ​ໄດ້​ນຳ​ມາ​ຊຶ່ງ​ໝາກຜົນ​ອັນ​ໃຫ່ຍຫຼວງ  ”
    ຕາມ​ທ່ານຫງວຽນ​ບ້າ​ວິ​ງ​ຜູ້ອຳນວຍການ​ບໍລິຫານ​ໂຄງການ​ຍົກ​ສູງ​ປະສິດທິຜົນການ​ນຳ​ໃຊ້​ພະລັງງານ​ໃນ​ບັນ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ແລ້ວ, ​ນັບ​ແຕ່​ເຂົ້າ​ຮ່ວມ​ໂຄງການ, ຈຳນວນ​ຄອບຄົວ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີປະຢັດ​ພະລັງງານ ​ໃນ​ໝູ່​ບ້ານ ບາດ​ຈ່າງ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ສົມຄວນ. ຈາກ​ບ່ອນ​ທີ່​ມີ​ພຽງ​ຮາກ​ຖານ 1 ​ແຫ່ງນຳ​ໃຊ້ ເຕົາ​ເຜົາ​ໃຊ້​​ແກັດ​ໃນ​ປີ 2007​ເທົ່າ​ນັ້ນ, ມາ​ຮອດ​ປະຈຸ​ບັນ ​ໄດ້​ມີຮາກ​ຖານ 131 ​ແຫ່ງນຳ​ໃຊ້ ເຕົາ​ເຜົາ​ໃຊ້​​ແກັດ​ແລ້ວ, ອັນ​ໄດ້​ເປັນ​ການ​ທົດ​ແທນ​ເຕົາ​ເຜົາ​ໃຊ້​ທ່ານ​ຫີນ​ແລະ​ເຕົາ​ເຜົາ​ໃຊ້​ແກັດ​ລຸ່ນ​ເກົ່າ. ທ່ານ​ວິງ ຍັງ​ຢືນຢັນ​ວ່າ ການ​ນຳ​ໃຊ້​ເຕັກ​ໂນ​ໂລຢີ​ໃໝ່ ​ໄດ້​ເພີ່ມ​ອັດຕາ​ຜະລິດ​ຕະພັນ ບັນລຸ​ແຕ່ 95 ຫາ 98% ​ເມື່ອ​ທຽບ​​ໃສ່​ ການ​ນຳ​ໃຊ້​ເຕັກ​ໂນ​ໂລຢີ​ເກົ່າ, ສ່ວນ​ລາຍ​ໄດ້​ກໍ່​ເພີ່ມ​ຂຶ້ນ​ທົບ 2-3 ​ເທົ່າ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ກໍ່​ບໍ່​ສຳ​ພັດ​ກັບ​ອາຍ​ຜິດ, ອຸນຫະພູມ​ສູງ​ອີກ​ແລ້ວ. ທ່ານ​ເວົ້າ​ວ່າ :    “ ​ເລື່ອງ​ໝູ່​ບ້ານ ບາດ​ຈາງ ຫັນ​ປ່ຽນ​ຈາກ​ເຕັກ​ໂນ​ໂລ​ຢີ​ເຕົາ​ເຜົາ​ໃຊ້​ຖ່ານ​ຫີນ​ມາ ນຳ​ໃຊ້​ເຕົາ​ເຜົາ​ໃຊ້​ແກັດ ​ແມ່ນ​ເຫື່ອ​ແຮງ​ຂອງ​ທັງ​ໝູ່​ບ້ານ, ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ, ​ໂດຍ​ໄດ້​ແນະນຳ ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຫວຽດນາມ​ມາ​ຊວ່ຍ​ເຫຼືອ ​ໃຫ້​ກູ້​ຢືມ​ທຶນ​ດ້ວຍ​ຄ່າ​ດອກ​ເບັ້ຍ​ຕ່ຳ. ພ້ອມ​ກັນ​ນັ້ນ ກໍ່​ສົມທົບ​ກັບ​ສະຫະ​ສະມາຄົມ ​ເຄື່ອງ​ປັ້ນດິນ​ເຜົາ ບາດ​ຈາງ ຈັດ​ບັນດາ​ຊຸດ​ອົບຮົມ ​ໂຄສະ​ນາ​ໃຫ້​ພໍ່​ແມ່​ປະຊາຊົນ​ເພື່ອ​ມີ​ຄວາມ​ຮັບຮູ້   ”
   ອາດ​ຈະ​ເຫັນ​ໄດ້​ວ່າ ການຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ເຄືອບ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ປະ​ເທດ​ຫວຽດນາມ​ໄດ້​ຮັບ​ການ​ຍູ້​ແຮງ ​ແມ່ນ​ຍ້ອນ​ບັນດາ​ວິ​ສາຫະກິດມີ​ຄວາມ​ກ້າຫານ​ ​ແລະ​ເປັນ​ເຈົ້າ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່. ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່ນີ້ ຍັງ​ເປັນ​ການ​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ ຂອງ​ບັນ​ດາ​ວິ​ສາ​ກະ​ກິດ ​ເຄື່ອງ​ປັ້ນດິນ​ເຜົາຫວຍ​ດນາມ​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ເພື່ອ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ