ໝາກຜົນກອງປະຊຸມຄັ້ງທີ 10 ລະຫວ່າງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - Belarut

ໝາກຜົນກອງປະຊຸມຄັ້ງທີ 10 ລະຫວ່າງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - Belarut - ảnh 1
ທ່ານ​ ເລ​ເຢືອງກວາງ ແລະ ທ່ານ​ Ru ba cop

(vovworld)- ​ໃນ​ວັນ​ທີ 9-10/9 ຢູ່ ນະຄອນຫລວງ Mink ປະ​ເທດ Belarut ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 10 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - Belarut ​ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ການ​ຄ້າ ​ແລະ ວິທະຍາສາດ​ເຕັກນິກ. ​ໃນ​ສອງ​ມື້​ເຮັດ​ວຽກ, ປະທານ​ກອງ​ປະຊຸມ​ຮ່ວມ​ສອງ​ທ່ານ ນັ້ນ​ແມ່ນ​ທ່ານ​ ເລ​ເຢືອງກວາງ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ ​ແລະ ທ່ານ​ Ru ba cop, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Belarut ​ ສຸ​ມ​ໃສ່​ປຶກສາ​ຫາລື​ບາງ​ບັນຫາ​ສຳຄັນ​ໃນ​ການ​ຮ່ວມ​ມື​ເສດຖະກິດ ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ​ລະຫວ່າງ​ສອງ​ປະ​ເທດ, ປຶກສາ​ຫາລື​ບັນດາ​ມາ​ດຕະການ​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ສູງ​ຂຶ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່ຽວ​ກັບ​ໂຄງການ​ດຳ​ເນີນ​ງານ​ໄລຍະ 2013-2015, ສອງ​ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື, ຕັ້ງຫນ້າ​ປະຕິບັດ​ບັນດາ​ເນື້ອ​ໃນ​ປຶກສາ​ຫາລື​ຂັ້ນ​ສູງ​ລະຫວ່າງ​ການ​ນຳ​ສອງ​ລັດ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ຂຶ້ນ​ເຖິງ​ລະດັບ 500 ລ້ານ USD ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ