ໝາກຜົນການເລືອກຕັ້ງຂອງມຽນມາຈະປະກາດແຕ່ວັນທີ09-13/11

ໝາກຜົນການເລືອກຕັ້ງຂອງມຽນມາຈະປະກາດແຕ່ວັນທີ09-13/11 - ảnh 1
ໝາກຜົນການເລືອກຕັ້ງຂອງມຽນມາຈະປະກາດແຕ່ວັນທີ09-13/11
(ພາບ: reuters)


(vovworld) – ຕອນ​ຄໍ່​າວັນ​ທີ 08/11, ຄະນະ​ກຳມະການ​ເລືອກ​ຕັ້ງສະຫະພັນລັດ​ມຽນມາ (MUEC) ​ແຈ້ງ​ໃຫ້​ຊາບ​ວ່າ, ​ນັບ​ແຕ່​ວັນ​ທີ 09/11, ໝາກຜົນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ຂອງ​ປະ​ເທດ​ນີ້ ຈະ​ໄດ້​ຮັບ​ການ​ປະກາດ​ເປັນ 6 ຄັ້ງ/ວັນ ຮອດ​ວັນ​ທີ 15/11. ​ເລ​ື່ອງປະກາດ​ໝາກຜົນ​ການ​ເລື​ອກຕັ້ງ​ຈະ​ຖືກ​ດຳ​ເນີນ​ໄປ​​ແຕ່​ລະ​ວັນ ຢູ່​ບັນດາ​ສູນ​ຂໍ້​ມູນ​ຂ່າ​ວ ທີ່​ສຳ​ນັກ​ງານ MUEC ຢູ່​ນະຄອນຫຼວງ Nay Pi Taw ​ແລະ ສູນ​ສັນຕິພາບ​ມຽນມາ ທີ່ Yangon. ທ່ານປະທານ MUEC, Tin Aye ຈະ​ເປັນ​ປະທານ​ບັນດາ​ການປະຊຸມ​ຂ່າວ​ໃນ​ເວລາ 16 ​ໂມງຂອງ​ແຕ່​ລະ​ວັນ. ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ທ່ານ​ຫົວໜ້າ​ຜູ້ສັງ​ເກດ​ການ​ສະຫະພາບ​ເອີ​ລົບ Alexander Graf Lambsdoff ​ໃຫ້​ຮູ້​ວ່າ, ບໍ່​ມີ​ການ​ພິດ​ພາດ​ໃດ​ໆໃນ​ວິວັດ​ດຳ​ເນີນ​ການ​ເລືອກຕັ້ງ.

ຂ່າວ/ບົດ​ອື່ນ