ໝາກຜົນການເລືອກຕັ້ງປະທານາທິບໍດີ ສ.ເຊັກໂກ

(VOVWORLD) -ທ່ານ Pavel ແລະ ທ່ານ Andrej Babis ຍາດໄດ້ໄຊຊະນະເພື່ອກ້າວເຂົ້າສູ່ຮອບເລືອກຕັ້ງປະທານາທິບໍດີ ສ.ເຊັກໂກ ທີ 2 ເຊິ່ງດຳເນີນແຕ່ວັນທີ 27-28 ມັງກອນ ຈະມາເຖິງ.
ໝາກຜົນການເລືອກຕັ້ງປະທານາທິບໍດີ ສ.ເຊັກໂກ - ảnh 1ຜູ້ມີສິດເລືອກຕັ້ງກວ່າ 5,6 ລ້ານຄົນໄດ້ໄປປ່ອນບັດ
(ພາບ: THX/TTXVN)

ວັນທີ 14 ມັງກອນ, ຕົວເລກຂອງອົງການສະຖິຕິ ສ.ເຊັກໂກ (CSU) ພາຍຫຼັງການນັບບັດເລືອກຕັ້ງຢູ່ສະຖານທີ່ປ່ອນບັດເກືອບ 15.000 ແຫ່ງ, ສະແດງໃຫ້ເຫັນວ່າ ຜູ້ອອກສະໝັກຮັບເລືອກຕັ້ງແມ່ນ ທ່ານ Pavel ແລະ ທ່ານ Andrej Babis ຍາດໄດ້ໄຊຊະນະເພື່ອກ້າວເຂົ້າສູ່ຮອບເລືອກຕັ້ງປະທານາທິບໍດີ ສ.ເຊັກໂກ ທີ 2 ເຊິ່ງດຳເນີນແຕ່ວັນທີ 27-28 ມັງກອນ ຈະມາເຖິງ. ຕາມ CSU ແລ້ວ, ຜູ້ມີສິດເລືອກຕັ້ງກວ່າ 5,6 ລ້ານຄົນໄດ້ໄປປ່ອນບັດ, ບັນລຸອັດຕາ 68,23%, ສ້າງສະຖິຕິໃນປະຫວັດສາດບັນດາການເລືອກຕັ້ງປະທານາທິບໍດີຂອງ ສ.ເຊັກໂກ.

ເລື່ອງຜູ້ອອກສະໝັກເລືອກຕັ້ງນຳໜ້າທັງ 2 ທ່ານລ້ວນແຕ່ຍາດໄດ້ຢູ່ລະດັບ 35% ແມ່ນສ້າງຕົກສະເງີ້ສຳລັບຫຼາຍຄົນ. ຜູ້ອອກສະໝັກເລືອກຕັ້ງໄດ້ຢືນຢູ່ຕໍ່ໜ້າກາລະໂອກາດກາຍເປັນການນຳໃໝ່ຂອງ ສ.ເຊັກໂກ, ຜູ້ແທນໃຫ້ທ່ານປະທານາທິບໍດີ Milos Zeman ຈະສິ້ນສຸດອາຍຸການ 5 ປີຄັ້ງທີ 2 ໃນວັນທີ 08 ມີນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ