ໝາກຜົນການເລືອກຕັ້ງໃນເບື້ອງຕົ້ນຂອງດູມາແຫ່ງຊາດລັດເຊຍ:ພັກກຳອຳນາດຍາດໄດ້ບັດສະໜັບສະໜູນ51%

ໝາກຜົນການເລືອກຕັ້ງໃນເບື້ອງຕົ້ນຂອງດູມາແຫ່ງຊາດລັດເຊຍ:ພັກກຳອຳນາດຍາດໄດ້ບັດສະໜັບສະໜູນ51% - ảnh 1
ພາ​ລະ​ກອນ​ອົງ​ການ​ເລືອກ​ຕັ້ງ ພວມ​ນັບ​ບັດ​ຢູ່ Simferopol
(ພາບ AFP/TTXVN)

(vovworld) –  ຕາມ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ ລັດ​ເຊຍ ​ແລ້ວ, ພັກ​ປະ​ເທດ​ລັ​ດ​ເຊຍ ​​ເອກະພາບ​ກຳ​ອຳນາດ​ຍາດ​ໄດ້​ບັດ​ສະໜັບສະໜູນ 51% ພາຍຫຼັງ​ນັບ 1/4  ​ຈຳນວນບັດ​ເລືອກ​ຕັ້ງ​​ໃນ​ວັນ​ທີ 19/9 ຂອງ​ການ​ເລືອກ​ຕັ້ງ ດູ​ມາ​ແຫ່ງ​ຊາດ (ສະພາ​ຕຳ່) ສະຫະພັນ ລັດ​ເຊຍ. ຕາມ​ໝາກຜົນ​ຂອງ​ການ​ນັບ​ບັດ​ໃນ​ເບື້ອງ​ຕົ້ນ​, ພັກ​ປະຊາທິປະ​ໄຕ - ​ເສລີພາບ ລັດ​ເຊຍ (LDPR) ຢື່ນ​ອັນ​ດັບ​ທີ 2 ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ກວມ 15,1%, ຈາກ​ນັ້ນ​ແມ່ນ​ພັກ​ກອມ​ມູນິດ ສະຫະພັນ​ລັດ​ເຊຍ ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ກວມ​ 14,9% ​ແລະ ພັກ​ປະ​ເທດ​ລັ​ດ​ເຊຍ​ຍຸຕິ​ທຳ (SR) ດ້ວຍ​ຈຳນວນ​ບັດ​ສະໜັບ​ສະ​ໜູນ 6,4%. ຄະນະ​ກຳມະການ​ເລືອກຕັ້ງ​ສູນ​ກາງ ລັດ​ເຊຍ ​ໄດ້​ຕີ​ລາຄາ​ນີ້​ແມ່ນ​ການ​ເລ​ືອກຕັ້ງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ສຸດ​ໃນ​ປະຫວັດສາດ​ຂອງ​ປະ​ເທດ ລັດ​ເຊຍ ​ທັນ​ສະ​ໄ​ໝ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ 110 ລ້ານ​ຄົນ.


ຂ່າວ/ບົດ​ອື່ນ