ໝາກ​ຜົນ​ຂອງ​ການ​ປຶກ​ສາ​ຫາ​ລື​ເອ​ກະ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ແມ່ນມີ​ຄຸນ​ຄ່າ​ທາງ​ດ້ານ​ພຶດ​ຕິ​ກຳ​ຕົວ​ຈິງ​ຢ່າງຫຼາກຫຼາຍ

(VOVWORLD) -ພາຍຫຼັງເຮັດວຽກໃນເວລາເກືອບ 2 ວັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ສິ້ນສຸດວາລະປຶກສາຫາລືຢູ່ຫໍປະຊຸມກ່ຽວກັບເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່.
ໝາກ​ຜົນ​ຂອງ​ການ​ປຶກ​ສາ​ຫາ​ລື​ເອ​ກະ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ແມ່ນມີ​ຄຸນ​ຄ່າ​ທາງ​ດ້ານ​ພຶດ​ຕິ​ກຳ​ຕົວ​ຈິງ​ຢ່າງຫຼາກຫຼາຍ - ảnh 1ທ່ານ ເຈິ່ນຮວ່າງເຍິນ, ສະມາຊິກຄະນະຜູ້ແທນນະຄອນ ໂຮ່ຈີມິນ (ພາບ: qdnd.vn)
ຕີລາຄາກ່ຽວກັບເນື້ອໃນປຶກສາຫາລື, ທ່ານ ເຈິ່ນຮວ່າງເຍິນ, ສະມາຊິກຄະນະຜູ້ແທນນະຄອນ ໂຮ່ຈີມິນ ຖືວ່າ:

        “ບັນດາບົດປະກອບຄຳເຫັນລ້ວນແຕ່ມີເນື້ອໃນກວມລວມ, ສະແດງໃຫ້ເຫັນຄວາມຄາດຫວັງຢາກຍາດແຍ່ງກາລະໂອກາດເພື່ອຍົກສູງຄວາມສາມາດບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນປັດຈຸບັນ. ຜູ້ແທນແຕ່ລະທ່ານ ຕ່າງກໍສະແດງຄວາມຄາດຫວັງ ແລະ ຄວາມເຊື່ອໝັ້ນຕໍ່ຍຸດທະສາດພັດທະນາໃນອະນາຄົດ, ຫວຽດນາມ ສາມາດໄປທັນກັບບັນດາປະເທດພັດທະນາໂດຍໄວ”.

ໝາກ​ຜົນ​ຂອງ​ການ​ປຶກ​ສາ​ຫາ​ລື​ເອ​ກະ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ແມ່ນມີ​ຄຸນ​ຄ່າ​ທາງ​ດ້ານ​ພຶດ​ຕິ​ກຳ​ຕົວ​ຈິງ​ຢ່າງຫຼາກຫຼາຍ - ảnh 2ທ່ານ ຫງວຽນແອັງຕ໊ວນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ໂຮ່ຈີມິນ (ພາບ: thanhnien.vn)

        ສ່ວນທ່ານ ຫງວຽນແອັງຕ໊ວນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ໂຮ່ຈີມິນ ຖືວ່າ:

        “ບັນດາຂໍ້ມູນ ເຊິ່ງຜູ້ແທນໄດ້ສະເໜີໃນກອງປະຊຸມໃຫຍ່ ລ້ວນແຕ່ມີຄຸນຄ່າທາງດ້ານພຶດຕິກຳຕົວຈິງຢ່າງຫຼາກຫຼາຍ. ພ້ອມທັງແມ່ນແຫຼ່ງຂໍ້ມູນທີ່ເປັນປະໂຫຍດເພື່ອສ້າງໂຄງການເຄື່ອນໄຫວປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຢູ່ແຕ່ລະຂະແໜງການ, ແຕ່ລະຫົວໜ່ວຍ. ການປຶກສາຫາລືຖືກດຳເນີນຢ່າງມີປະຊາທິປະໄຕ, ສ້າງບັນຍາກາດໃຫ້ຜູ້ແທນສະເໜີທັດສະນະ, ແນວຄິດ ແລະ ຄວາມຮັບຮູ້ຂອງຕົນ.”


 

ຕອບກັບ

ຂ່າວ/ບົດ​ອື່ນ