ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຄັ້ງຫຼ້າ​ສຸດ ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ: ບັນ​ລຸ​​ຄວາມ​ຄືບ​ໜ້າ​ພໍ​ສົມ​ຄວນ

(VOVWORLD) -ຕາມສຳນັກຂ່າວສານ Reuters ແລ້ວ, ພາຍຫຼັງຮອບເຈລະຈາລະຫວ່າງ ລັດເຊຍ - ຢູແກຼນ ທີ່ດຳເນີນໃນວັນທີ 3 ມີນາ, ທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ໄດ້ເຫັນດີສະໜັບສະໜູນຂໍ້ລິເລີ່ມເປີດແລວທາງ ມະນຸດສະທຳໃຫ້ແກ່ສາມັນຊົນ ແລະ ຄຳສັ່ງຢຸດຍິງທີ່ເປັນໄປໄດ້, ພ້ອມທັງຖືວ່າ ການເຈລະຈາບັນລຸໄດ້ຄວາມຄືບໜ້າພໍສົມຄວນ.

ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຄັ້ງຫຼ້າ​ສຸດ ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ: ບັນ​ລຸ​​ຄວາມ​ຄືບ​ໜ້າ​ພໍ​ສົມ​ຄວນ - ảnh 1ທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາລັດເຊຍ (ພາບ: AFP/TTXVN)

ໃນຂະນະນັ້ນ, ທ່ານ Mykhailo Podolyak ທີ່ປຶກສາປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ຮອບເຈລະຈາທີ 2 ກັບ ລັດເຊຍ ຍັງບໍ່ນຳມາເຊິ່ງໝາກຜົນ ທີ່ Kiev ໄດ້ຕັ້ງຄວາມຫວັງໄວ້, ແຕ່ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ເລື່ອງສ້າງແລວທາງມະນຸດສະທຳ ເພື່ອຍົກຍ້າຍສາມັນຊົນ. ທ່ານ Mykhailo Podolyak ໃຫ້ຮູ້ວ່າ ສອງຝ່າຍຄາດວ່າ ອາດຈະບັນລຸໄດ້ຄຳສັ່ງຢຸດຍິງຊົ່ວຄາວເພື່ອສ້າງເງື່ອນໄຂໃນການຍົກຍ້າຍສາມັນຊົນ. ທ່ານອະທິບາຍວ່າ ບໍ່ແມ່ນຢູ່ໝົດທຸກແຫ່ງ ແຕ່ຈະມີຢູ່ແຕ່ບອ່ນທີ່ມີແລວທາງມະນຸດສະທຳທີ່ສອງຝ່າຍອາດຈະຢຸດຍິງໃນຕະຫຼອດເວລາ ຍົກຍ້າຍສາມັນຊົນ.

ການເຈລະຈາລະຫວ່າງບັນດາເຈົ້າໜ້າທີ່ຢູແກຼນ ແລະ ລັດເຊຍຄັ້ງນີ້ ໄດ້ດຳເນີນຢູ່ Belovezhskaya Pushcha ຂຶ້ນກັບເຂດ Brest,  ເບລາຣຸດ ຕິດກັບໂປໂລຍ.

ຕອບກັບ

ຂ່າວ/ບົດ​ອື່ນ