ໝາກຜົນເບຶ້ອງຕົ້ນຂອງການເລືອກຕັ້ງຢູ່ສາທາລະນະລັດDonetskຂະໜານນາມເອງ

ໝາກຜົນເບຶ້ອງຕົ້ນຂອງການເລືອກຕັ້ງຢູ່ສາທາລະນະລັດDonetskຂະໜານນາມເອງ - ảnh 1
ປະ​ຊາ​ຊົນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ໄປ​ປ່ອນ​ບັດ​ເລືອກ​ຕັ້ງ
(ພາບ: EPA)


(vovworld) – ຕອ​ນ​ເຊົ້າ​ວັນ​ທີ 3/11, ອົງ​ການ​ເລືອກ​ຕັ້ງ​ຢູ່​ປະ​ເທດ ສ. ປະ​ຊາ​ຊົນ Donetsk ​ໂດຍຂະ​ໜາມ​ນາມ​ເອງ ໄດ້​ປະ​ກ​າດ​ໝາກ​ຜົນ​​ເບື້ອງ​ຕົ້ນ​ໃນ​ການເລືອກ​ຕັ້ງ​​ເພື່ອ​ແນ​ໃສ່​ເລືອກ​ເຟັ້ນ​ບັນ​ດາ​ຜູ້​ນຳ​ອຳ​ນາດ​ການ​ປົກ​ຄອງ ແລະ ອົງ​ການ​ນິ​ຕິ​ບັນ​ຍັດ​ຢູ່​ເຂດ​ດິນ​ແດນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ ຢູ​ແກຼນ ນີ້. ຕາມນັ້ນ​ແລ້ວ, ທ່ານ Alexander Zakharchenko, ຜູ້​ນຳ​​ອຳ​ນາດ​ການ​ປົກ​ຄອງ Donetsk ຂະ​ໜາມ​ນາມ​ເອງໃນ​ປະ​ຈຸ​ບັນ, ຍາດ​ໄດ້​ບັດ​ສະ​ໜັບ​ສະ​ໜູນ 81,37%. ພັກ​ຂອງ​ທ່ານ Zakharchenko ໄດ້​ຮັບ​ບັດ​ສະ​ໜັບ​ສະ​ໜູນ 65% ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ອຳ​ນາດ​ການ​ປົກ​ຄອງ ຢູ​ແກຼນ ຖະ​ແຫຼງວ່າ ບໍ່​ຍອມ​ຮັບ​ການ​ເລືອກ​ຕັ້ງ​ນີ້ ແລະ ຖະ​ແຫຼງ​ຈະ​ຢຸດ​ຕິ​ການ​ສະ​ໜອງ ອາຍ​ແກັດ​ໃຫ້​້​ເຂດນີ້. ໃນ​ຂະ​ນະ​ນັ້ນ, ສະ​ຫະ​ພາບ ເອີ​ລົບ (EU) ກ່າວ​ເຕື​ອ​ນ​ຈະ​ເພີ່ມ​ທະ​ວີ​ການ​ລົງ​ໂທດ ລັດ​ເຊຍ ຖ້າ​ຫາກ​ປະ​ເທດນີ້ຍອມ​ຮັບ​ໝາກ​ຜົນ​ການ​ເລືອກ​ຕັ້ງ​ຢູ່​ເຂດນີ້.

ຂ່າວ/ບົດ​ອື່ນ