ໝາກ​ພິກ​ໄທ ຫວຽດ​ນາມ ຈະ​ບັນ​ລຸ​ມູນ​ຄ່າ​ນັບ​ຕື້ USD

(VOVWORLD) - ໄລ່ຮອດວັນທີ 30 ກໍລະກົດ, ຫວຽດນາມ ໄດ້ສົ່ງອອກໝາກພິກໄທປະເພດຕ່າງໆລວມປະລິມານກວ່າ 164.357 ໂຕນ; ວົງເງິນສົ່ງອອກບັນລຸກວ່າ 764 ລ້ານ USD. ດ້ວຍໝາກຜົນທີ່ບັນລຸໄດ້ນັ້ນ ອີກ 5 ເດືອນ, ໝາກພິກໄທ ຈະສາມາດບັນລຸໄດ້ຕື້ USD ຢ່າງແນ່ນອນ.

ໝາກ​ພິກ​ໄທ ຫວຽດ​ນາມ ຈະ​ບັນ​ລຸ​ມູນ​ຄ່າ​ນັບ​ຕື້ USD - ảnh 1ປະຊາຊົນເກັບກ່ຽວໝາກພິກໄທ (ພາບ: VOV)

ສະຫະສະມາຄົມໝາກພິກໄທ  ແລະ ເຄື່ອງເທດ ຫວຽດນາມ (VPSA) ຄາດຄະເນວ່າ ການສົ່ງອອກໝາກພິກໄທ ຫວຽດນາມ ປີ 2024 ນີ້ ຈະບັນລຸກວ່າ 1 ຕື້ USD, ນຳໝາກພິກໄທ ກາຍເປັນໝວດຂະແໜງສິນຄ້ານັບຕື້ໂດລາສະຫະລັດ. ວັນທີ 14 ສິງຫາ, VPSA ໃຫ້ຮູ້ວ່າ ໄລ່ຮອດວັນທີ 30 ກໍລະກົດ, ຫວຽດນາມ ໄດ້ສົ່ງອອກໝາກພິກໄທປະເພດຕ່າງໆລວມປະລິມານກວ່າ 164.357 ໂຕນ; ວົງເງິນສົ່ງອອກບັນລຸກວ່າ 764 ລ້ານ USD. ດ້ວຍໝາກຜົນທີ່ບັນລຸໄດ້ນັ້ນ ອີກ 5 ເດືອນ, ໝາກພິກໄທ ຈະສາມາດບັນລຸໄດ້ຕື້ USD ຢ່າງແນ່ນອນ.

        ອາເມລິກາ ແມ່ນຕະຫຼາດສົ່ງອອກໝາກພິກໄທໄປດ້ວຍຈຳນວນຫຼາຍທີ່ສຸດ. ຖັດມາແມ່ນບັນດາຕະຫຼາດ ເຢຍລະມັນ (ເພີ່ມຂຶ້ນ 97%); ສະຫະລັດ ອາຣັບ ເອມມີເລດ (UAE) ເພີ່ມຂຶ້ນກວ່າ 39%; ອິນເດຍ ເພີ່ມຂຶ້ນເກືອບ 40%... ຕາມສະຫະສະມາຄົມໝາກພິກໄທ ແລະ ເຄື່ອງເທດ ຫວຽດນາມ ແລ້ວ, ສາຍເຫດທີ່ເຮັດໃຫ້ການສົ່ງອອກໝາກພິກໄທ ຫວຽດນາມ ເພີ່ມຂຶ້ນສູງ ແມ່ນຍ້ອນແຫຼ່ງສະໜອງໝາກພິກໄທໃນຕະຫຼາດໂລກພວມຂາດແຄນ.


ຕອບກັບ

ຂ່າວ/ບົດ​ອື່ນ