ໝາກມ່ວງຫວຽດນາມສົ່ງໄປຂາຍຢູ່ຕະຫຼາດຍີ່ປຸ່ນຢ່າງເປັນທາງການ

ໝາກມ່ວງຫວຽດນາມສົ່ງໄປຂາຍຢູ່ຕະຫຼາດຍີ່ປຸ່ນຢ່າງເປັນທາງການ - ảnh 1
(ໝາກມ່ວງຫວຽດນາມສົ່ງໄປຂາຍຢູ່ຕະຫຼາດຍີ່ປຸ່ນ)

(vovworld) – ຕອນ​ບ່າຍ​ວັນ​ທີ 07/11, ໝາກມ່ວງ ກ໋າດຈູ ຂອງ​ຫວຽດນາມ ​ໄດ້​ວາງ​ຂາຍ​ຢູ່​ຮ້ານ​ສັບພະ​ສິນຄ້າ Aeon ຢູ່​ແຂວງ Chiba, ປະ​ເທດ​ຍີ່ປຸ່ນ. ຕາມ​ທ່ານ ຫງວຽນ​ຈຸ​ງຢຸງ, ຜູ້ຕາງໜ້າອົງການ​ການ​ຄ້າ​ຫວຽດນາມ ປະ​ຈຳ​ຍີ່ປຸ່ນ ​ແລ້ວ, ​ໃນ​ການ​ສົ່ງ​ອອກເປັນຄັ້ງ​ທຳອິດ​ນີ້, ລວມມີໝາກມ່ວງສົດ 3,5 ​ໂຕນ​ໄດ້​ນຳ​ເຂົ້າ​ຕະຫຼາ​ດຍີ​່ປຸ່ນ. ຕາມ​ແຜນການ ໝາກມ່ວງສົດຂອງຫວຽດນາມ ​ຈະ​ໄດ້​ວາງ​ຂາຍ​ຢູ່ 209 ສະຖານ​ທີ່​ຂາຍ​ສິນຄ້າ​ຂອງ Aeon ​ໃນ​ທົ່ວ​ປະ​ເທດ​ຍີ່​ປຸ່ນ ດ້ວຍ​ລາຄາ​ປະມານ 77.000 ດົງ/ໝາກ ​ແລະ 116.000 ດົງ/ໝາກ. ທ່ານ ຫງວຽນ​ຈຸ​ງຢຸງ ​ໃຫ້​ຮູ້​ວ່າ, ການ​ເຄື່ອນ​ໄຫ​ວສົ່ງ​ອອກ​ໝາກມ່ວງ​ສົດ​ໄປ​ຍັງ​ຍີ່ປຸ່ນ ຈະ​ໄດ້​ຮັບ​ການ​ຍູ້​ແຮງ, ​ໃນ​ແຜນການຮອດທ້າຍ​ປີ 2015 ຈະ​ສົ່ງ​ໝາກ​ມ່ວງ​ສົ​ດ​ໄປ​ຍັງ​ຍີ່ປຸ່ນ ຕື່ມ​ອີກ​ 80 ​ໂຕນ. ຖັດຈາກ​ນັ້ນ, ຄາດ​ວ່າ​ຈະ​ມີ​ໝາກ​ມັງກອນ​​​ໃສ້ແດງ ຈະ​ໄດ້​ຮັບ​ອະນຸຍາດ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາ​ດຍີ່ປຸ່ນ.

ຂ່າວ/ບົດ​ອື່ນ