ໝາກລຳໄຍ ຫວຽດນາມ ນັບສິບໂຕນ ໄດ້ສົ່ງໄປຍັງຕະຫຼາດ ອົດສະຕາລີ

(VOVWORLD) -  ໝາກລຳໄຍທີ່ມີຄຸນນະພາບດີເກືອບ 10 ໂຕນ ໂດຍບໍລິສັດ ຮວາ (ດອກໄມ້) ອົດສະຕາລີ ນຳເຂົ້າຕະຫຼາດ Melbourne ແລະ ຈຳໜ່າຍຢູ່ບັນດານະຄອນຢູ່ລຽບຕາມເຂດແຄມທະເລ
ໝາກລຳໄຍ ຫວຽດນາມ ນັບສິບໂຕນ ໄດ້ສົ່ງໄປຍັງຕະຫຼາດ ອົດສະຕາລີ - ảnh 1ພາບປະກອບ

ວັນທີ 10 ສິງຫາ, ຫ້ອງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ສົມທົບກັບບັນດາບໍລິສັດນຳເຂົ້າຈັດຕັ້ງສັບປະດາໝາກລຳໄຍ ຫວຽດນາມ ຢູ່ ອົດສະຕາລີ ດ້ວຍຫົວຂໍ້ວ່າ “ໝາກລຳໄຍ ຫວຽດນາມ ປີ 2022”. ໝາກລຳໄຍທີ່ມີຄຸນນະພາບດີເກືອບ 10 ໂຕນ ໂດຍບໍລິສັດ ຮວາ (ດອກໄມ້) ອົດສະຕາລີ ນຳເຂົ້າຕະຫຼາດ Melbourne ແລະ ຈຳໜ່າຍຢູ່ບັນດານະຄອນຢູ່ລຽບຕາມເຂດແຄມທະເລ, ພ້ອມທັງສົມທົບກັບຫ້ອງການການຄ້າໂຄສະນາສັບປະດາໝາກລຳໄຍ ຫວຽດນາມ. ກ່ອນໜ້ານັ້ນ, ໝາກລຳໄຍນັບສິບໂຕນກໍ່ໄດ້ນຳເຂົ້າ ແລະ ສົ່ງໄປຂາຍຢູ່ຕະຫຼາດສຳເລັດຜົນ. ທີ່ 2 ລັດຄື: ລັດອົດສະຕາລີໃຕ້ ແລະ ອົດສະຕາລີ ຕາເວັນຕົກ, ໝາກລຳໄຍຂອງບໍລິສັດ ຣົ່ງດໍ໋ ໂດຍບໍລິສັດ 4Watsfresh ຈຳໜ່າຍ, ສືບຕໍ່ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກໃນຊຸມເດືອນມໍ່ໆມານີ້. ບໍລິສັດນຳເຂົ້າ 4Watsfresh ໃຫ້ຮູ້ວ່າ: ພວມລໍຖ້າບໍລິສັດ ຣົ່ງດໍ໋ ສົ່ງໝາກລຳໄຍຖ້ຽວຕໍ່ໄປເຖິງ ອົດສະຕາລີ, ໂດຍອີງໃສ່ລະດູການ.

ຕອບກັບ

ຂ່າວ/ບົດ​ອື່ນ