ໝາກ​ສົ້ມ​ໂອ້ ເຟືອກ​ບິ່ງ (ນິງ​ທ້ວນ) ໄດ້​ອອກ​ເລກ​ລະ​ຫັດ​ສົ່ງ​ອອກ​ໄປ​ຍັງ ອາ​ເມ​ລິ​ກາ

(VOVWORLD) - ໝາກສົ້ມໂອ ແມ່ນຜະລິດຕະພັນກະສິກຳທຳອິດຂອງແຂວງ ໂດຍກະຊວງກະສິກຳ ອາເມລິກາ (APHIS) ໃຫ້ສັດຕະຍາບັນ ແລະ ອອກເລກລະຫັດເຂດປູກໃນເນື້ອທີ່ 23 ເຮັກຕາ, ຢູ່ຕາແສງ ເຟືອກບິ່ງ.
ໝາກ​ສົ້ມ​ໂອ້ ເຟືອກ​ບິ່ງ (ນິງ​ທ້ວນ) ໄດ້​ອອກ​ເລກ​ລະ​ຫັດ​ສົ່ງ​ອອກ​ໄປ​ຍັງ ອາ​ເມ​ລິ​ກາ - ảnh 1 ຊາວກະສິກອນບົວລະບັດໝາກສົ້ມໂອ (ພາບ: TTXVN)

ໝາກສົ້ມໂອ ເຟືອກບິ່ງ, ເມືອງບາກອາຍ, ແຂວງ ນິງທ້ວນ ໄດ້ຮັບການອະນຸມັດຜ່ານ ແລະ ມີເລກລະຫັດເຂດປູກຈາກກະຊວງກະສິກຳ ອາເມລິກາ ຢ່າງຄົບຖ້ວນເພື່ອສົ່ງອອກໄປຍັງຕະຫຼາດດັ່ງກ່າວ. ວັນທີ 1 ມິຖຸນາ, ທ່ານ ດັ່ງກິມເກືອງ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ນິງທ້ວນ ໃຫ້ຮູ້ວ່າ ໝາກສົ້ມໂອ ແມ່ນຜະລິດຕະພັນກະສິກຳທຳອິດຂອງແຂວງ ໂດຍກະຊວງກະສິກຳ ອາເມລິກາ (APHIS) ໃຫ້ສັດຕະຍາບັນ ແລະ ອອກເລກລະຫັດເຂດປູກໃນເນື້ອທີ່ 23 ເຮັກຕາ, ຢູ່ຕາແສງ ເຟືອກບິ່ງ. ເລກລະຫັດດັ່ງກ່າວເລີ່ມມີຜົນສັກສິດແຕ່ວັນທີ 22 ມິຖຸນາ ຈະມາເຖິງ.

        ທ່ານ ຟ້າມຢຸງ, ຫົວໜ້າກົມປູກຝັງ ແລະ ປ້ອງກັນພືດແຂວງ ນິງທ້ວນ ໃຫ້ຮູ້ວ່າ: ເລື່ອງໝາກສົ້ມໂອ ເຟືອກບິ່ງ ມີລະຫັດເຂດປູກ ແລະ ໄດ້ສົ່ງອອກໄປຍັງ ອາເມລິກາ ຢ່າງເປັນທາງການນັ້ນ ເປັນການພິສູດໃຫ້ແກ່ຄວາມມານະພະຍາຍາມຂອງປະຊາຊົນ ເຟຶອກບິ່ງ ເວົ້າສະເພາະ ແລະ ຂະແໜງກະສິກຳທ້ອງຖິ່ນເວົ້າລວມ. ຜ່ານນັ້ນ, ໃຫ້ກຳລັງໜູນຕື່ມອີກ ເພື່ອເປີດທິດທາງໃຫ້ແກ່ບັນດາຜະລິດຕະພັນກະເສດອື່ນທີ່ເປັນເອກະລັກຂອງແຂວງ ໄດ້ສົ່ງອອກໄປຍັງຕະຫຼາດໂລກຫຼາຍກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ