ໝາກ​ອາ​ໂວ​ກາ​ໂດ ຫວຽດ​ນາມ ໄດ້​ວາງ​ຂາຍ​ຢູ່​ຕະຫຼາດ​ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 11 ມັງກອນ, ໝາກອາໂວກາໂດ ແຊເຢັນ ແນວພັນ Booth 7 ຈາກບັນດາແຂວງເຕີຍງວຽນຂອງ ຫວຽດນາມ ຈຳນວນ 3 ໂຕນ ໄດ້ຈຳໜ່າຍຢູ່ຕະຫຼາດ ອົດສະຕາລີ, ສ້າງຂີດໝາຍບາດກ້າວເດີນໃໝ່ໃນວິວັດທະນາການສ້າງເຄື່ອງໝາຍການຄ້າ ແລະ ຕະຫຼາດໃຫ້ແກ່ໝາກອາໂວກາໂດ ຫວຽດນາມ ໃນຕະຫຼາດໂລກ. 
ໝາກ​ອາ​ໂວ​ກາ​ໂດ ຫວຽດ​ນາມ ໄດ້​ວາງ​ຂາຍ​ຢູ່​ຕະຫຼາດ​ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ - ảnh 1Poster ແນະນຳໝາກອາໂວກາໂດ (ພາບ: ຫ້ອງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ)

  ສິນຄ້າງວດທຳອິດນີ້ ໂດຍບໍລິສັດ ອືວດາມ ຫວຽດນາມ ສົ່ງອອກ ແລະ ຈຳໜ່າຍ. ຜູ້ຕາງໜ້າບໍລິສັດໃຫ້ຮູ້ວ່າ ປະລິມານສິນຄ້າທັງໝົດໃນຄັ້ງນີ້ ຖືກສາຂາຈຳໜ່າຍສັ່ງຊື້ໝົດແລ້ວ ແລະ ຄາດວ່າຈະຂາຍອອກສູ່ຕະຫຼາດດ້ວຍລາຄາປະມານ 7 AUD/kg (ປະມານ 120.000 ດົ່ງຕໍ່ກິໂລ).

        ໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຈະສົມທົບກັບບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ປະຕິບັດໂຄງການສົ່ງເສີມການສ້າງເຄື່ອງໝາຍການຄ້າ ແລະ ຊຸກຍູ້ການສົ່ງອອກໝາກອາໂວກາໂດແຊເຢັນໄປຍັງຕະຫຼາດ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ