ໝາກເສົາແຊ​ເຢັນ ຈຳ​ນວນ 22 ໂຕນ ໄດ້​ສົ່ງ​ອອກ​ໄປ​ຍັງ ອົດ​ສະ​ຕາ​ລີ ເປັນ​ຄັ້ງ​ທຳ​ອິດ

(VOVWORLD) -ງວດສິນຄ້າໝາກເສົາແຊເຢັນ (Indochina dragonplum fruit) ຈຳນວນ 22 ໂຕນ ຂອງ ຫວຽດນາມ ໄດ້ສົ່ງອອກ, ຈຳໜ່າຍ ຢູ່ ອົດສະຕາລີ. ດ້ວຍລາຄາຂາຍຕ່ຳສຸດແມ່ນ 18 AUD/kg, ງວດສິນຄ້າສິນຄ້າດັ່ງກ່າວສາມາດນຳມາເຊິ່ງວົງເງິນສົ່ງອອກຂຶ້ນເຖິງກວ່າ 390.000 AUD, ເທົ່າກັບປະມານກວ່າ 6,5 ຕື້ດົ່ງ.

ຕາມຫ້ອງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ແລ້ວ, ງວດສິນຄ້າໝາກເສົາແຊເຢັນ (Indochina dragonplum fruit) ຈຳນວນ 22 ໂຕນ ຂອງ ຫວຽດນາມ ໄດ້ສົ່ງອອກ, ຈຳໜ່າຍ ຢູ່ ອົດສະຕາລີ. ດ້ວຍລາຄາຂາຍຕ່ຳສຸດແມ່ນ 18 AUD/kg, ງວດສິນຄ້າສິນຄ້າດັ່ງກ່າວສາມາດນຳມາເຊິ່ງວົງເງິນສົ່ງອອກຂຶ້ນເຖິງກວ່າ 390.000 AUD, ເທົ່າກັບປະມານກວ່າ 6,5 ຕື້ດົ່ງ. ເປັນອັນວ່າ, ດ້ວຍລະດູການເກັບກູ້ແກ່ຍາວແຕ່ເດືອນ ມິຖຸນາ ຫາເດືອນກັນຍາ, ວົງເງິນສົ່ງອອກຂອງໝາກເສົານີ້ ກໍບໍ່ໜ້ອຍກວ່າໝາກໄມ້ຊະນິດອື່ນໆທີ່ພວມສົ່ງໄປຂາຍໃຫ້ ອົດສະຕາລີ.

6 ເດືອນຕົ້ນປີ 2021, ການສົ່ງອອກຜະລິດຕະພັນກະເສດຂອງ ຫວຽດນາມ ໄປຍັງ ອົດສະຕາລີ ບັນລຸເກືອບ 110 ລ້ານ USD.


ຕອບກັບ

ຂ່າວ/ບົດ​ອື່ນ