ໝາກໄມ້ ຫວຽດນາມ ສືບຕໍ່ແຊກຊຶມເຂົ້າຫລາຍຕະຫລາດທີ່ມີຄຸນນະພາບສູງ

(VOVWORLD) -ໃນໄລຍະມໍ່ໆມານີ້, ໝາກໄມ້ ຫວຽດນາມ ຫລາຍຊະນິດ ສືບຕໍ່ໄດ້ຮັບໃບອະນຸຍາດສົ່ງອອກໄປຍັງຕະຫລາດທີ່ມີຄຸນນະພາບສູງໃນໂລກຢ່າງລຽນຕິດຄື: ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ…

ນີ້ແມ່ນສັນຍານຢ່າງຕັ້ງໜ້າ, ໃນການຊຸກຍູ້ການສົ່ງອອກໝາກໄມ້ແບບຍືນຍົງໃນໄລຍະຈະມາເຖິງ. ທ່ານ ຫງວຽນກວັກຕ໋ວານ, ຫົວໜ້າກົມປຸງແຕ່ງ ແລະ ພັດທະນາຕະຫລາດຜະລິດຕະພັນກະເສດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກເຮົາຕ້ອງມີບັນດາວິສາຫະກິດທີ່ເປັນຫຼັກແຫຼ່ງ ຍ້ອນວ່າ ຖ້າຫາກພວກເຮົາເປີດປະຕູຕະຫລາດແລ້ວ ບໍ່ມີບັນດາວິສາຫະກິດນຳພານັບແຕ່ເບື້ອງຕົ້ນ ແລະ ຮັກສາສະພາບການສົ່ງອອກເປັນປົກກະຕິໄດ້ນັ້ນ ພວກເຮົາກໍ່ຍັງບໍ່ທັນບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ