ໝາກໝັ້ນ ເຊີນລາ ສືບຕໍ່ມີຢູ່ບັນດາຖ້ຽວບິນທີ່ບິນໄປສູ່ທົ່ວໂລກ

(VOVWORLD) - ຜະລິດຕະພັນຈາກໝາກໝັ້ນທີ່ນຳໃຊ້ຢູ່ບັນດາຖ້ຽວບິນລວມມີ 3 ປະເພດ: ໝາກໝັ້ນສົດ, ນ້ຳໝາກໝັ້ນ ແລະ ເຂົ້າໜົມເຮັດຈາກໝາກໝັ້ນ.
ໝາກໝັ້ນ ເຊີນລາ ສືບຕໍ່ມີຢູ່ບັນດາຖ້ຽວບິນທີ່ບິນໄປສູ່ທົ່ວໂລກ - ảnh 1(ໝາກໝັ້ນສືບຕໍ່ໄດ້ນຳເຂົ້າຄາບເຂົ້າໃນບັນດາຖ້ຽວບິນພາຍໃນປະເທດ ແລະ ສາກົນ)

        ໃນຊຸມມື້ຜ່ານມາ, ມີໝາກໝັ້ນຄຸນນະພາບສູງ 1 ໂຕນຂອງຊາວກະສິກອນຕາແສງ ຟຽງຄວ່າຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ໄດ້ເກັບ, ຄັດເລືອກ… ເພື່ອສົ່ງໄປທ່າສະຍານອາກາດສາກົນ ໂນ້ຍບ່າຍ. ຢູ່ທີ່ນີ້, ໝາກໝັ້ນຈະໄດ້ຂ້າແມ່ພະຍາດ, ແຊ່ເຢັນກ່ອນທີ່ສົ່ງຂຶ້ນເຮືອບິນຂອງບໍລິສັດການບິນ Vietnam Airlines.

        ເລື່ອງໝາກໝັ້ນສືບຕໍ່ໄດ້ນຳເຂົ້າຄາບເຂົ້າໃນບັນດາຖ້ຽວບິນພາຍໃນປະເທດ ແລະ ສາກົນນັ້ນ ແມ່ນໝາກຜົນຂອງຂໍ້ຕົກລົງຮ່ວມມືຮອບດ້ານໄລຍະ 2024 – 2028 ລະຫວ່າງແຂວງ ເຊີນລາ ແລະ Vietnam Airlines ທີ່ໄດ້ລົງນາມໃນເດືອນ ມີນາ ຜ່ານມາ. ທ່ານ ຫງວຽນແທັງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ, ໃຫ້ຮູ້ວ່າ:

        “ຜະລິດຕະພັນຈາກໝາກໝັ້ນທີ່ນຳໃຊ້ຢູ່ບັນດາຖ້ຽວບິນລວມມີ 3 ປະເພດ: ໝາກໝັ້ນສົດ, ນ້ຳໝາກໝັ້ນ ແລະ ເຂົ້າໜົມເຮັດຈາກໝາກໝັ້ນ. ບັນດາຜະລິດຕະພັນດັ່ງກ່າວມີຢູ່ບັນດາຖ້ຽວບິນໄປເຖິງຫຼາຍປະເທດໃນໂລກ, ສະແດງໃຫ້ເຫັນວ່າ ໝາກໝັ້ນ ເຊີນລາ ບັນລຸມາດຕະຖານ, ຕອບສະໜອງໄດ້ບັນດາຕະຫຼາດເຄັ່ງຄັດທີ່ສຸດ”.

        ໃນໄລຍະຜ່ານມາ, ເຊີນລາ ໄດ້ສົ່ງອອກຜະລິດຕະພັນໝາກໝັ້ນໂກຕາໄປຍັງຕະຫຼາດ ອາເມລິກາ, ເຢຍລະມັນ ແລະ ຝລັ່ງ. ນີ້ແມ່ນໂອກາດເພື່ອໃຫ້ແຂວງ ເຊີນລາ ສືບຕໍ່ໂຄສະນາ, ແນະນຳ, ຊຸກຍູ້ການຈຳໜ່າຍ, ຍົກສູງເຄື່ອງໝາຍ ແລະ ຍົກສູງຄຸນຄ່າໝາກໝັ້ນເວົ້າລວມ, ບັນດາຜະລິດຕະພັນກະເສດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ