ໝູ່ເກາະ ກາດບ່າ, ຫາຍຟ່ອງ ແມ່ນທັດສະນີຍະພາບລະດັບຊາດ

ໝູ່ເກາະ ກາດບ່າ, ຫາຍຟ່ອງ ແມ່ນທັດສະນີຍະພາບລະດັບຊາດ - ảnh 1
ເຂດຜັກພ່ອນບຳລຸງສຸຂະພາບຢູ່ ເກາະກາດບ່າ
ພາບ: internet

(vovworld) - ​ ວັນ​ທີ 25/9, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ນະຄອນ​ຫາຍ​ຟ່ອງ ​ໃຫ້​ຮູ້​ວ່າ: ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ ຫາ​ກໍ​ມີ​ຂໍ້​ຕົກລົງ​ຈັດ​​ໝູ່​ເກາະ ກາດ​ບ່າ, ​ເມືອງ​ກາດ​ຫາຍ, ນະຄອນ ຫາຍ​ຟ່ອງ ​ເຂົ້າບັນຊີລາຍຊື່​ທັດສະນີ​ຍະ​ພາບ​ລະດັບ​ຊາດ. ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ໃຫຍ່​ໃຫ້​ແກ່​ນະຄອນ ຫາຍ​ຟ່ອງ ​ເພື່ອ​ກະກຽມ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ປີ 2013 ພ້ອມ​ທັງ​​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ທ້ອງ​ຖິ່ນ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂັ້ນ​ຕອນ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່ UNESCO ຮັບຮອງ​ໝູ່​​ເກາະ ກາດ​ບ່າ - ລອງ​ເຈົາ ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ. ຂໍ້​ຕົກລົງ​ດັ່ງກ່າວ​ກໍ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ນະຄອນ ຫາຍ​ຟ່ອງ ກະກຽມ​ສຳ​ເນົາ​​ເອກະສານ​ຍື່ນ​ltສະເຫນີຕໍ່ສະພາ​ມໍລະດົກ​ແຫ່ງ​ຊາດ, ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີ ປະກາດ​ໃຊ້​ຂໍ້​ຕົກລົງ​ຈັດ​​ໝູ່​ເກາະ ກາດ​ບ່າ ເຂົ້າບັນຊີລາຍຊື່​ທັດສະນີ​ຍະ​ພາບ​ລະດັບ​ຊາດ​ພິ​ເສດ. ກ່ອນ​ຫນ້າ​ນັ້ນ ສະພາ​ມໍລະດົກ​ແຫ່ງ​ຊາດ ຊຶ່ງ​ລວມມີ​ສະມາຊິກ 27 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ກັບ​ຄະນະ​ກຳມະການ UNESCO ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ ນະຄອນ ຫາຍ​ຟ່ອງ ​ໄດ້​ຮັບຮອງ​ເອົາ​ສຳ​ເນົາ​ເອກະສານ​ຍື່ນ​ສະ​ເຫ​ນີຕໍ່​ອົງການ UNESCO ຮັບຮອງ​ໝູ່​ເກາະ​ກາດ​ບ່າ - ລອງ​ເຈົາ ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ຂອງ​ໂລກ.

ຂ່າວ/ບົດ​ອື່ນ