ຕະຫຼາດນັດເກົ່າຢູ່ຕີນພູຮວ່າງລຽນເຊີນ

(VOVWORLD) -ໂດຍນອນຢູ່ຕີນພູຮວ່າງລຽນເຊີນທີ່ຂຶ້ນກັບຕາແສງ  ຊານທ່າງ, ນະຄອນລາຍເຈົາ, ຕະຫຼາດຕາມເດືອງ (ເມື່ອກ່ອນນີ້ເອີ້ນວ່າຕະຫຼາດຊານທ່າງ) ມີບັນດາຈຸດເປັນເອກະລັກສະເພາະຂອງຕະຫຼາດນັດເຂດພູສູງ, ນີ້ບໍໍ່ພຽງແຕ່ແມ່ນບ່ອນແລກປ່ຽນຊື້ຂາຍເຄື່ອງຂອງພິເສດຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ: ຢ້າວ, ມົ້ງ, ຜູ້ໄທ, ໄຢ໋, ລຶ້,…ໃນເຂດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ພື່ອໃຫ້ພໍ່ແມ່ພີນ້ອງໄດ້ພົບປະແລກປ່ຽນສະແດງຄວາມໃນໃຈຕໍ່ກັນອີກດ້ວຍ
ຕະຫຼາດນັດເກົ່າຢູ່ຕີນພູຮວ່າງລຽນເຊີນ - ảnh 1ທາງເຂົ້າໄປຕະຫຼາດນັດຕາມເດືອງ 

ໂດຍນອນຢູ່ຕີນພູຮວ່າງລຽນເຊີນທີ່ໃຫ່ຍໂຕມະໂຫຖານ, ຕະຫຼາດນັດຕາມເດືອງນັບແຕ່ຫຼາຍປີມານີ້ໄດ້ກາຍເປັນສູນຊື້ຂາຍ, ທ່ຽວຊົມຂອງປະຊາຊົນໃນເຂດທີ່ຂຶ້ນກັບເມືອງ ຟອງໂຖ, ຕາມເດືອງ ແລະ ນະຄອນລາຍເຈົາ. ຮອດວັນພະຫັດ ແລະ ວັນອາທິດແຕ່ລະສັບປະດາ, ຕະຫຼາດນັດຕາມເດືອງພັດມີຄົນມາຊື້ຂາຍຢ່າງຄັບຄາໜາແໜ້ນ. ພໍ່ແມ່ພີ່ນ້ອງບັນດາເຜົ່າໃນເຂດໄດ້ພາກັນມານີ້ ເມື່ອມີຕະຫຼາດນັດໃນແຕ່ລະເທື່ອເພື່ອແລກປ່ຽນຊື້ຂາຍເຄື່ອງຂອງພິເສດຂອງທ້ອງຖິ່ນ, ເຄື່ອງໃຊ້ໄມ້ສອຍ ແລະ ອຸປະກອນຮັບໃຊ້ການຜະລິດ ແລະ ໄດ້ພົບປະກັບໝູ່ເພື່ອນ… ອ້າຍ ຫງວຽນຕຸງຫາຍຢູ່ນະຄອນລາຍເຈົາໄດ້ມີໜ້າຢູ່ຕະຫຼາດນັດຕາມເດືອງໃນວັນອາທິດໃຫ້ຮູ້ວ່າ: ພ້ອມກັບວິວັດການຫັນເປັນຕົວເມືອງ, ໃນ 2-3 ປີມໍ່ໆມານີ້, ຕະຫຼາດນັດຕາມເດືອງໄດ້ຮັບການລົງທຶນກໍ່ສ້າງດ້ວຍຂອບຂະໜາດໃຫ່ຍກວ່າເພື່ອຮັບໃຊ້ການຊື້ຂາຍ, ທັງແມ່ນບ່ອນທ່ຽວຊົມຂອງພໍ່ແມ່ພີ່ນ້ອງໃນເຂດ. ອ້າຍຫງວຽນຕຸງຫາຍ ໃຫ້ຮູ້ວ່າ:

“ປັດຈຸບັນ, ຕະຫຼາດຕາມເດືອງແມ່ນຈຸດນັດພົບຂອງຂ້າພະເຈົ້າໃນມື້ທ້າຍສັບປະດາ. ຂ້າພະເຈົ້າກໍ່ເຊັ່ນດຽວກັນກັບຫຼາຍຄົນອື່ນກໍ່ໄດ້ສະຫຼະເວລາໃນວັນພັກການເພື່ອມານີ້ຊື້ຂາຍເຄື່ອງຂອງຈຳນວນໜຶ່ງທີ່ເຮົາມັກ. ມາຊື້ຂາຍເຄື່ອງຂອງກໍ່ແມ່ນເລື່ອງໜຶ່ງ, ແຕ່ຕົ້ນຕໍແມ່ນທັງຄອບຄົວໄດ້ໄປທ່ຽວຊົມຕະຫຼາດນັດພາຍຫຼັງເຮັດວຽກດ້ວຍຄວາມອິດເມື່ອຍມາເປັນເວລາອາທິດໜຶ່ງ. ແຕ່ລະເທື່ອເມື່ອມີພີ່ນ້ອງຢູ່ເຂດທົ່ງພຽງມາຢ້ຽມຢາມ, ຂ້າພະເຈົ້າກກໍ່ລ້ວນແຕ່ພາມານີ້ເພື່ອທ່ຽວຊົມຕະຫຼາດນັດ”.

 ຕະຫຼາດນັດຕາມເດືອງໃນວັນນີ້ກໍ່ມີບັນດາຈຸດທີ່ເປັນເອກະລັກສະເພາະຂອງຕະຫຼາດນັດເຂດພູສູງ. ບັນດາສິນຄ້າປະເພດຕົ້ນຕໍຍັງຄົງແມ່ນເຄື່ອງປ່າຂອງດົງຫຼືບັນດາຜະລິດຕະພັນໂດຍພໍ່ແມ່ພີ່ນ້ອງໃນເຂດຜະລິດເອງ. ບໍ່ພຽງແຕ່ແມ່ນສະຖານທີ່ແລກປ່ຽນຊື້ຂາຍສິນຄ້າເທົ່ານັ້ນ,  ຕະຫຼາດນັດຕາມເດືອງໃນວັນນີ້ຍັງເຕົ້າໂຮມບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນອີກດ້ວຍ. ອ້າຍເຈິນວັນຕ໋ວນ ແຂກທ່ອງທ່ຽວມາຈາກແຂວງອຽນບ໋າຍ ໃຫ້ຮູ້ວ່າ:

“ໂດຍແມ່ນຄົນຜູ້ໜຶ່ງຢູ່ເຂດພູສູງ, ແຕ່ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຕະຫຼາດນັດຕາມເດືອງທີ່ສຸດ. ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄປຢ້ຽມຢາມລາຍເຈົາ ແລະ ໄດ້ຄົ້ນຫາຕະຫຼາດນັດທີ່ເປັນເອກະລັກເຊັ່ນນີ້. ການຊື້ຂາຍຢູ່ນີ້ສ່ວນຫຼາຍແມ່ນບັນດາຜະລິດຕິພັນກະເສດໂດຍພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ຜະລິດເອງ, ແຕ່ລາຄາກໍ່ເໝາະສົມ ແລະ ພວກຂ້າພະເຈົ້າກໍ່ຊື້ໄດ້ຫຼາຍຢ່າງ”

ທ່ານຮວ່າງຈີຕິ່ງ ປະທານຄະນະກຳມະການປະຊາຊົນຕາແສງຊານທ່າງໃຫ້ຮູ້ວ່າ: ໃນສະໄໝພວກລ່າເມືອງຂຶ້ນຝະລັ່ງຄອບຄອງ ຂະນະທີ່ຍັງບໍ່ທັນມີວິທະຍຸ, ໂທລະພາບ, ໂທລະສັບ, ຕະຫຼາດນັດນີ້ແມ່ນສະຖານທີ່ພົບປະທີ່ສຳຄັນຂອງຊາວທ້ອງຖິ່ນລວມມີແຂວງລາຍເຈົາ ແລະ ລາວກາຍໃນປັດຈຸບັນ.  ພໍ່ແມ່ພີ່ນ້ອງໄດ້ມານີ້ແລກປ່ຽນຂ່າວຄາວ, ພົບປະກັບຍາດຕິພີ່ນ້ອງຢູ່ບັນດາຕາແສງ, ໝູ່ບ້ານພາຍຫຼັງຢູ່ຫ່າງໄກຈາກກັນເປັນເວລາຫຼາຍວັນ. ໄວໜຸ່ມມານີ້ກໍ່ເພື່ອຊອກຫາໝູ່ເພື່ອນ, ຜູກສ່ຽວ, ພວກບ່າວສາວກໍ່ມານີ້ຊອກຫາແຟນຊຶ່ງຕົ້ນຕໍແມ່ນຜ່ານຕະຫຼາດນັດ. ທ່ານຮວ່າງຈີຕິ່ງໃຫ້ຮູ້ວ່າ: 

 “ເປົ້າໝາຍຂອງການກໍ່ສ້າງ, ເປີດກວ້າງຍົກລະດັບຕະຫຼາດຕາມເດືອງແມ່ນສ້າງສາຍສຳພັນ, ພົບປະແລກປ່ຽນຊື້ຂາຍສິນຄ້າລະຫວ່າງປະຊາຊົນໃນເຂດ ແລະ ລະຫວ່າງບັນດາເຂດກັບບັນດາສູນກາງຕົວເມືອງ. ພ້ອມກັນນັ້ນຕະຫຼາດນັດຍັງແມ່ນແຫ່ງຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມ, ອັນໄດ້ເປັນການຊຸກຍູ້ການສ້າງໝູ່ບ້ານທ່ອງທ່ຽວວັດທະນະທຳ”.

ຕະຫຼາດນັດຕາມເດືອງໃນເມື່ອກ່ອນຫຼືຕະຫຼາດຊານທ່າງໃນປັດຈຸບັນ, ເຖິງວ່າມີການປ່ຽນແປງກໍ່ຕາມ ແຕ່ຍັງຄົງສາມາດຮັກສາບັນດາຈຸດທີ່ເປັນເອກະລັກສະເພາະຂອງຕະຫຼາດນັດເຂດພູສູງໄວ້ໄດ້. ເຖິງແມ່ນວ່າການດຳລົງຊີວິດມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ສຳລັບປະຊາຊົນຢູ່ແຂວງລາຍເຈົາຊຶ່ງແມ່ນແຂວງເໜືອສຸດຂອງປະເທດຊາດນັ້ນ, ຕະຫຼາດນັດນີ້ຍັງຄົງແມ່ນວັນບຸນປະຈຳອາທິດຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ