ນຳເຄື່ອງໝາຍທ່ອງທ່ຽວ ຝູກ໊ວກ ອອກສູ່ຕ່າງປະເທດ

(VOVWORLD) -ດ້ວຍການເຊື່ອມຕໍ່ຂອງບໍລິສັດທ່ອງທ່ຽວພຽງແຫ່ງດຽວຢູ່ ອິນດູຈີນ, ແຕ່ວັນທີ 18 ຫາ ວັນທີ 20 ພຶດສະພາ ຄະນະທ່ອງທ່ຽວ ຟາມຈິບ ຂອງໄທ ລວມມີ 33 ຄົນ ທີ່ມາຈາກບັນດາບໍລິສັດທ່ອງທ່ຽວທາງໄກ ຄື ເມເດຍ, ບຣັອກເກີ, ຢູທູບ ທີ່ມີຊື່ສຽງຢູ່ ໄທ ໄດ້ມາທັດສະນະສຶກສາ ແລະ ສຳຫຼວດບັນດາສະຖານທີ່ທ່ອງທ່ຽວຢູ່ ຝູກ໊ວກ. ນີ້ແມ່ນລາຍການທ່ອງທ່ຽວສົມທົບລະຫວ່າງພະແນກທ່ອງທ່ຽວ ສະຫະສະມາຄົມທ່ອງທ່ຽວແຂວງ ກຽນຢາງ ແລະ ຫົວໜ່ວຍທ່ອງທ່ຽວຈັດຕັ້ງຕ້ອນຮັບຄະນະ ຟາມຈິບ ໄທ. 
ນຳເຄື່ອງໝາຍທ່ອງທ່ຽວ ຝູກ໊ວກ ອອກສູ່ຕ່າງປະເທດ - ảnh 1ລະບົບອູ່ໄຟຟ້າ ຮ່ອນເທີມ ທີ່ຍາວກວ່າໝູ່ໃນໂລກ

     ໃນການເດີນທາງເປັນເວລາ 2 ວັນ ແລະ 3 ຄືນ, ຄະນະ ຟາມຈິບ ໄດ້ໄປສຳຫຼວດບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຢູ່ ຝູກ໊ວກ ຄື ເຂດທ່ອງທ່ຽວ ຊັນກຣັບ, ວິນກຣັບ, ຂີ່ອູ່ໄຟຟ້າ ຮ່ອນເທີມ ທີ່ຍາວກວ່າໝູ່ໃນໂລກ ແລະ ບັນດາການບໍລິການທ່ອງທ່ຽວຢູ່ ຮ່ອນເທີມ, ຢ້ຽມຊົມບູຊະນີຍະສະຖານປະຫວັດສາດຄຸກ ຝູກ໊ວກ, ຢ້ຽມຊົມເຂດ ລອງບິກເຊັນເຕີ, ຫໍພິພິທະພັນ ຕິດດີເບຍ,ຄົ້ນຫາເຂດ ຊາຟາຣີ ແລະ ວິນວອນເດ... ທ່ານ ຫງວຽນເຊີນຖຸ໋ຍ ຜູ້ອຳນວຍການບໍລິສັດທ່ອງທ່ຽວພຽງແຫ່ງດຽວຢູ່ ອິນດູຈີນ ດ່າໜັງ ໃຫ້ຮູ້ວ່າ:

      “ຝູກ໊ວກ ແມ່ນໜຶ່ງໃນບັນດາສະຖານທີ່ໃໝ່ ທີ່ພວກຂ້າພະເຈົ້າຕ້ອງເຊື່ອມຕໍ່ກັບໂລກ ແລະ ພາຍໃນປະເທດ. ປັດຈຸບັນມີການຮ່ວມສຳພັນຢ່າງແໜ້ນແຟ້ນ ເພື່ອສ້າງບັນດາລະບົບມູນຄ່າຢູ່ ຝູກ໊ວກ. ພວກຂ້າພະເຈົ້າໄດ້ສ້າງຜະລິດຕະພັນທີ່ອຸດົມສົມບູນ ຈາກລາຍການທ່ອງທ່ຽວ 2 ວັນ 3 ຄືນ ຫາລາຍການ 4 ວັນ 3 ຄືນ ເຊິ່ງຈະຢ້ຽມຊົມທິວທັດທຳມະຊາດເກືອບທັງໝົດຢູ່ ຝູກ໊ວກ ກໍ່ຄືຢ້ຽມຊົມບັນດາການເຄື່ອນໄຫວທ່ອງທ່ຽວ ທີ່ມີຄຸນນະພາບສູງຢູ່ ຝູກ໊ວກ”.

      ດ້ວຍການພັດທະນາຂອງ ຝູກ໊ວກ ໃນໄລຍະທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າ ຄວາມສາມາດບົ່ມຊ້ອນເປີດບັນດາລາຍການທ່ອງທ່ຽວຢູ່ ຝູກ໊ວກ ແມ່ນໃຫຍ່ຫຼວງທີ່ສຸດ. ຝູກ໊ວກ ມີບັນດາທ່າໄດ້ປຽບ ນັ້ນແມ່ນມີທິວທັດທຳມະຊາດງົດງາມ, ບັນດາເຂດປ່າດົງດິບ ຫຼື ຫາດຊາຍທະເລທີ່ສວຍງາມຍາວຢຽດ, ມີສິນພິເສດຫຼາຍຢ່າງ. ບັນດາການບໍລິການຢູ່ ຝູກ໊ວກ ກໍ່ມີຫຼາຍຮູບຫຼາຍສີອຸດົມສົມບູນ, ຄຸນນະພາບໄດ້ເພີ່ມຂຶ້ນຫຼາຍທີ່ສຸດ ເພື່ອຕອບສະໜອງຄວາມຕ້ອງການນັບມື້ນັບສູງຂຶ້ນ ຂອງແຂກທ່ອງທ່ຽວ. ມາຢ້ຽມຊົມເຂດທ່ອງທ່ຽວ ພັກຜ່ອນບຳລຸງສຸຂະພາບ ລະຫຼິ້ນບັນເທີງ, ການຄ້າບໍລິການແຖວໜ້າຂອງ ອາຊີ - ຝູກ໊ວກ ຢູນີຕິດເຊັນເຕີ ຂອງກຸ່ມບໍລິສັດ ວິນກຣຸບ ຢູ່ທາງກ້ຳເໜືອເກາະ ຝູກ໊ວກ ບັນດາສະມາຊິກໃນຄະນະຕ່າງກໍ່ຕົກສະເງິ ຕໍ່ໜ້າຂອບເຂດກວ້າງຫຼາຍກວ່າ 1.000 ເຮັກຕາ ແລະ ໄດ້ຮັບການຂະຫຍາຍຕາມຮູບແບບ “ສະຖານທີ່ທ່ອງທ່ຽວດຽວຮັບໃຊ້ຄວາມຕ້ອງການທຸກຢ່າງ” ສາມາດຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວທຸກວັນ ແລະ ຄືນ ແລະ ມີການບໍລິການຫຼາຍຢ່າງຄື ພັກຜ່ອນບຳລຸງສຸຂະພາບ ລະຫຼິ້ນບັນເທີງ, ການເບິ່ງແຍງສຸຂະພາບ - ຄວາມງາມ, ໂຮງຮຽນ, ຈັດກອງປະຊຸມ, ຈັດງານລ້ຽງງານດອງ ຊື້ເຄື່ອງຂອງ... ອ້າຍ ນາຣາສັກ ຜູ້ຄຸ້ມຄອງບໍລິສັດ ຢູລາຍລີຈາແວນ ຢູ່ ໄທ ແບ່ງປັນວ່າ:

       “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ກ່ຽວກັບ ຝູກ໊ວກ ຊຶ່ງແມ່ນສະຖານທີ່ທ່ອງທ່ຽວຢູ່ທະເລ ມີຄວາມງາມທຳມະຊາດເປັນໜ້າຈັບໃຈ, ເມື່ອທຽບໃສ່ບັນດາສະຖານທີ່ຂອງ ໄທ ນັ້ນ, ທ່ອງທ່ຽວ ຝູກ໊ວກ ກໍ່ບໍ່ນ້ອຍໜ້າກວ່າທ່ອງທ່ຽວທະເລຢູ່ໄທ. ຂ້າພະເຈົ້າຫວັງວ່າ ພາຍຫຼັງການເດີນທາງຄັ້ງນີ້         ຂ້າພະເຈົ້າຈະແນະນຳໃຫ້ເພື່ອນມິດ, ພິເສດແມ່ນບັນດາຜູ້ຢາກໄປທ່ອງທ່ຽວຢູ່ ຝູກ໊ວກ”.

       ໂດຍໄດ້ເຊື່ອມຕົວເຂົ້າກັບບັນດາການເຄື່ອນໄຫວຢູ່ ວິນເບີນ ຝູກ໊ວກ ຄືລາຍການສະແດງສິ່ງທີ່ຍອດຍິ່ງ ຫວຽດນາມ ເຊິ່ງແມ່ນລາຍການສິລະປະ ໂດຍນຳໃຊ້ເຕັກໂນໂລຊີ 3 ມິຕິທັນສະໄໝ ວາດພາບເຖິງບັນດາສະຖານທີ່ປະຫວັດສາດຂອງ ຫວຽດນາມ ຄະນະ ຟາມຈິບໄທ ມີຄວາມປະທັບໃຈທີ່ສຸດ ດ້ວຍຂອບຂະໜາດທີ່ຍັກໃຫຍ່ ແລະ ເຕັກໂນໂລຊີສະແດງທັນສະໄໝອັນດັບໜຶ່ງໃນໂລກ ໂດຍອີງໃສ່ສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ ທີ່ເປັນເອກະລັກ. ອ້າຍ ທານາສັກ  ບຣັອກເກີຂອງໄທ ເປັນຄັ້ງທຳອິດທີ່ໄດ້ມາຄົ້ນຫາ ຝູກ໊ວກ ແບ່ງປັນວ່າ:

        “ຄັ້ງທຳອິດທີ່ໄດ້ມາຢາມ ຝູກ໊ວກ ຂ້າພະເຈົ້າເຫັນວ່າ ຝູກ໊ວກ ສວຍງາມທີ່ສຸດ, ບັນດາກິດຈະກຳໄດ້ຖືກສ້າງຂຶ້ນດ້ວຍຂອບຂະໜາດໃຫຍ່ ບັນດາສະທີ່ລະຫຼິ້ນບັນເທີງ ສາມາດຕອບສະໜອງຄວາມຕ້ອງການຂອງແຂກທັງຫຼາຍ”.

         ສ່ວນທ່ານ ຫງວຽນຈີ໊ແທັງ  ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ກຽນຢາງ ຖືວ່າ:

        “ເພື່ອດຶງດູດຈຳນວນແຂກທ່ອງທ່ຽວ ມາທ່ອງທ່ຽວນັ້ນຂະແໜງທ່ອງທ່ຽວ ກຽນຢາງ ມີຫຼາຍວິທີການຍົກຕົວຢ່າງຄື ສົ່ງເສີມໂຄນະສາທ່ອງທ່ຽວ, ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່. ໃນໄລຍະທີ່ຈະມາເຖິງພວກຂ້າພະເຈົ້າຈະສຳຫຼວດ ແລະ ປະກາດບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວໃໝ່ຕື່ມອີກ  ເພື່ອສ້າງເງື່ອນໄຂໃຫ້ແກ່ຂະແໜງທ່ອງທ່ຽວພັດທະນາ”.

       ນັບແຕ່ຕົ້ນປີມາຮອດປັດຈຸບັນ ນະຄອນ ຝູກ໊ວກ ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 2,4 ລ້ານເທື່ອຄົນ ແລະ ຕາມແຜນການປີນີ້ ຂະແໜງທ່ອງທ່ຽວຈະຕ້ອນຮັບແຂກທ່ອງທ່ຽວ 5,8 ລ້ານເທື່ອຄົນ ແລະ ແຂກທ່ອງສາກົນ 200.000 ເທື່ອຄົນ. ໃນໄລຍະທີ່ຈະມາເຖິງ ພະແນກທ່ອງທ່ຽວ ກຽນຢາງ ຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາຫົວໜ່ວຍ, ວິສາຫະກິດ ເຊື່ອມຕໍ່ບັນດາລາຍການທ່ອງທ່ຽວ ເພື່ອພ້ອມກັນນຳທ່ອງທ່ຽວ ຝູກ໊ວກ ພັດທະນາດີຍິ່ງຂຶ້ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ